ເຫດການ​ກໍ່​ການ​ຮ້າຍ​ຢູ່​ບາ​ເຊ​​ໂລນາ​ປະ​ເທດ​ແອ​ສປາຍ​ເຮັດ​ໃຫ້ 13 ຄົນ​ເສຍ​ຊີວິດ​ແລະ 80 ຄົນ​ບາດ​ເຈັບ
2017-08-18 16:31:39  cri 

ອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​ຕົນ​ເອງ​ຄາ​ຕາ​​ໂລ​ເນຍ ປະ​ເທດ​ແອ​ສປາຍ ​ໄດ້​ຢືນຢັນ​ໃນຕອນ​ຄ່ຳ​ວັນ​ທີ 17 ສິງຫາ​ນີ້ວ່າ: ຢູ່​ເມືອງ​ບາ​ເຊ​​ໂລນາ ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ໂດຍ​ຜູ້​ກໍ່​ເຫດ​ໄດ້ຂັບ​ລົດບັນທຸກ​ແລ່ນ​​ໄປ​ຕຳ​ຄົນ ​ໃນ​ວັນ​ດັ່ງກ່າວ ​ແລະ​ມາ​ຮອດປັດຈຸບັນ​ໄດ້​ເຮັດ​ໃຫ້​ 13 ຄົນ​ເສຍ​ຊີວິດ ​ແລະ 80 ຄົນ​ບາດ​ເຈັບ ​ໃນ​ນີ້ 15 ຄົນ​ບາດ​ເຈັບ​ສາຫັດ.

ທັງ​ນີ້ ​ໃນ​ຕອນ​ບ່າຍ​ວັນດັ່ງກ່າວ, ​ຢູ່ທາງ​ຍ່າງ ຣາມບລັສ ​ເຂດທ່ອງ​ທ່ຽວ​ປະຫວັດສາດ​ທີ່​ມີ​ຊື່​ສຽງ ຢູ່​ໃຈກາງ​ເມືອງ​ບາ​ເຊ​ໂ​ລນາ, ມີ​ລົດ​ບັນທຸກ​ສີຂາວ​ຄັນ​ໜຶ່ງ​ແລ່ນ​ໄປ​ຕຳ​ຄົນ​ຍ່າງດ້ວຍຄວາມ​ໄວ​ສູງ ​ເຮັດ​ໃຫ້ຫຼາຍຄົນລົ້ມ ຂະນະ​ບາງ​ຜ່ອງທັງ​ຮ້ອງ​ທັງ​ແລ່ນ​ໜີ. ຕໍ່​ມາ​ຕຳຫຼວດ​ໄດ້ມາ​ເຖິງ​ຈຸດ​ເກີດ​ເຫດ​ແລະ​ປິດ​ລ້ອມ​ເຂດ​ຖະໜົນ​ດັ່ງກ່າວ, ນຳປະຊາຊົນ​ອອກ ທັງ​ນຳ​ຈັບ​ຜູ້​ກໍ່​ເຫດ​ທັນທີ. ຂະນະ​ທີ່​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ນັ້ນ​ໄດ້​ຖືກ​ສົ່ງ​ໄປ​ໂຮງໝໍ.

​ໃນ​ວັນ​ດຽວ​ກັນ, ກຸ່ມ​ຫົວ​ຮຸນ​ແຮງ IS ​ໄດ້​ຖະ​ແຫຼງ​ໂດຍ​ຜ່ານ​ຂ່າວສານ​ອາ​ມັກ ວ່າ: ​ເຫດການ​ດັ່ງກ່າວ​ແມ່ນ "ນັກຮົບ" ຂອງອົງການ​ຕົນກໍ່​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ