ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ຊີ້ ການ​ຊ້ອມ​ຮົບ​​ກັບ​ອິນ​ເດຍ​ບໍ່​ມີ​ສ່ວນ​ພົວ​ພັນ​ກັບ​ສະ​ພາບ​ລະ​ຫວ່າງ​ຈີນ-ອິນ​ເດຍ​ໃນ​ປັດ​ຈຸ​ບັນ
2017-08-18 11:33:25  cri 
ວັນ​ທີ 17 ສິງ​ຫາ​ນີ້, ທ່ານນາງ ມາ​ເຣຍ ຈັກ​ຮາ​ໂຣ​ວາ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ຈາກ​ກໍ​ລະ​ນີ​ທີ່​ວ່າ​ການ​ຊ້ອມ​ຮົບ​ລະ​ຫວ່າງ​ຣັດ​ເຊຍ-ອິນ​ເດຍ​ພົວ​ພັນ​​ກັບ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອິນ​ເດຍ​ໃນ​ປັດ​ຈຸ​ບັນ​ນັ້ນ​ແມ່ນ​​ບໍ່​ມີ​ຄວາມ​ເປັນ​ຈິງ.

ທ່ານນາງ ມາ​ເຣຍ ຈັກ​ຮາ​ໂຣ​ວາ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ​ໃນ​ການ​ຖະ​ແຫຼງ​ຂ່າວ​ວ່າ: ການ​ຊ້ອມ​ຮົບ​ຮ່ວມ​ອິນດ​ຣາ 2017 ລະ​ຫວ່າງ​ຣັດ​ເຊຍ-ອິນ​ເດຍ​ທີ່ຈະ​ຈັດ​ຂຶ້ນ​ຢູ່​ເຂດ​ທະ​ຫານ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຣັດ​ເຊຍ​ໃນ​ເດືອນ​ຕຸ​ລາ​ປີ​ນີ້ ເຊິ່ງ​ເປັນ​ການ​ຊ້ອມ​ຮົບ​ປະ​ຈຳ​ປີ, ສະ​ນັ້ນ​ການ​ທີ່​ວ່າ:​ການ​ຊ້ອມ​ຮົບ​ຄັ້ງ​ນີ້​ພົວ​ພັນ​ກັບ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອິນ​ເດຍ​ໃນ​ປັດ​ຈຸ​ບັນນັ້ນ​ຈຶ່ງ​ບໍ່​ສົມ​ເຫດ​ສົມ​ຜົນ ແລະແມ່ນ​ການ​ກະ​ທຳ​ທີ່​ຍຸ​ແຍ່​ເພື່ອ​ສ້າງ​ຄວາມ​ແຕກ​ແຍກ​ກັນ. ຖ້າ​ມີ​ຄວາມ​ຈຳ​ເປັນ, ​ຣັດ​ເຊຍ​ຈະ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ເພື່ອ​​ຄວາມ​ກະ​ຈ່າງ​ແຈ້ງ​.

ກ່ອນ​ໜ້າ​ນີ້, ​ສື່ມວນ​ຊົນ​ອິນ​ເດຍ​ໄດ້ລາຍ​ງານ​ວ່າ: ການ​ຊ້ອມ​ຮົບ​ຮ່ວມ​ອິນດ​ຣາ 2017  ​ລະ​ຫວ່າງ​ອິນ​ເດຍ​ແລະ​ຣັດ​ເຊຍ​ປະ​ກອບ​ມີ​ກອງ​ທັບ​ບົກ,ກອງ​ທັບ​ອາ​ກາດ​ແລະ​ກອງ​ທັບ​ທະ​ເລ​ໃນ​ເດືອນ​ຕຸ​ລາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ