ກອງ​ທັບ​ອາ​ກາດ​ຈີນ​ແລະ​ໄທ​​ຊ້ອມ​ຮົບ​ຮ່ວມ eagle strike 2017
2017-08-18 11:34:14  cri 
ວັນ​ທີ 17 ສິງ​ຫາ​ນີ້, ຍົນ​ຮົບ 6 ລຳ​ຂອງກອງ​ທັບ​ອາ​ກາດ​ຈີນ​ໄດ້​ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ທະ​ຫານ​ແຫ່ງ​ໜຶ່ງ​ຂອງ​ແຂວງ​ຢຸນ​ນານ​ບິນ​ໄປເຖິງຖານ​ທັບ​ອາ​ກາດ​ອຸ​ດອນ​ປະ​ເທດໄທ ເພື່ອ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ eagle strike 2017 ​ລະ​ຫວ່າງກອງ​ທັບ​ອາ​ກາດ​ສອງ​ປະ​ເທດ ແລະນີ້​ແມ່ນ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ທີ 2.

ການ​ຊ້ອມ​ຮົບ​ຮ່ວມ eagle strike 2017 ລະ​ຫວ່າງກອງ​ທັບ​ອາ​ກາດ​ຈີນ​ແລະ​ໄທຈະ​ຈັດ​ຂຶ້ນ​ຢູ່​ໄທ​ແຕ່​ວັນ​ທີ 17 ສິງ​ຫາ​ຫາ​ວັນ​ທີ 3 ກັນ​ຍາ​ປີ​ນີ້ ເພື່ອ​ລົງ​ເລິກ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ກອງ​ທັບ​ອາ​ກາດ​ສອງ​ປະ​ເທດກໍ​ຄືກວດ​ສອບ​ເຕັກ​ນິກ​ແລະ​ຍຸດ​ທະ​ວິ​ທີການ​ສູ້​ຮົບ,ຊຸກ​ຍູ້​ການ​ພັດ​ທະ​ນາ​ຍຸດ​ໂທ​ປະ​ກອນ,ຍົກ​ລະ​ດັບ​ການ​ຝຶກ​ຊ້ອມ​ສູ້​ຮົບ​ຕົວ​ຈິງ​ຂອງກອງ​ທັບໃຫ້​ສູງ​ຂຶ້ນ.

ໃນ​ຊຸມ​ປີ​ຜ່ານ​ມາ, ກອງ​ທັບ​ອາ​ກາດຈີນ​ແລະ​ໄທ​ໄດ້​ແລກ​ປ່ຽນ​ແລະຮ່ວມ​ມື​ກັນ​ຢ່າງ​ແທ້​ຈິງ​ໂດຍເລີ່ມ​ຈາກ​ເມື່ອ​ວັນ​ທີ 12 ຫາ​ວັນ​ທີ 30 ພະ​ຈິກ​ປີ 2015, ກອງ​ທັບ​ອາ​ກາດ​ສອງ​ປະ​ເທດ​ໄດ້​​ຊ້ອມ​ຮົບ​ຮ່ວມ eagle strike 2015 ຢູ່​ຖານ​ທັບນະ​ຄອນ ຣາ​ຊະ​ສີມາ​ຂອງກອງ​ທັບ​ອາ​ກາດ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ