ສູນ​ກິ​ລາ​ໃນ​ຮົ່ມ​ຢູ່​ແຂວງ​ເຈີ້​ຈ່ຽງ
2017-08-18 17:29:18  cri 
​​


ຢູ່​ທິດ​ເໜືອ​ສະ​ໜາມ​ກິ​ລາ​ແລ່ນ​ແລະ​ລານ​ຂອງ​ເຂດຈື້​ຈິ່ນ​ກາງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເຈີ້​ຈ່ຽງ​ໄດ້​ປາ​ກົດ​ພາບ​ໜຶ່ງ​ເປັນ​ດັ່ງ​ໝອນ​ຂາວ​ແລະ​ໃຫຍ່ ເຊິ່ງ​ນັ້ນ​ກໍ​ຄື​ສູນ​ກິ​ລາ​ໃນ​ຮົ່ມ​ທີ່​ຫາ​ກໍ​ກໍ່​ສ້າງ​ສຳ​ເລັດ​ໃໝ່. ສູນ​ກິ​ລາ​ນີ້​ເປັນ​ຮູບ​ມົນ​ຄື​ໜ່ວຍ​ໄຂ່​ໂດຍກວມ​ເນື້ອ​ທີ່ 6.000 ຕາ​ແມັດ ແລະ​ສູງ​ເທົ່າ​ກັບ​ຕຶກ 6 ຊັ້ນ ເຊິ່ງ​ສູນ​ກິ​ລາ​ນີ້​ຈະ​ໃຊ້​ເປັນ​ສະ​ໜາມ​ແຂ່ງ​ຂັນ​ເຕັນ​ນິດ​ສ໌​ຊາຍ​ໃນ​ມະ​ຫະ​ກຳ​ກິ​ລາ​ນັກ​ສຶກ​ສາ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ທີ່​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ໜ້າ. ຢູ່​ໃນ​ສູນ​ໄດ້​ຕິດ​ຕັ້ງ​ເຄື່ອງ​ປັບ​ແລະ​ດູດ​ອາ​ກາດ, ຢູ່​ປະ​ຕູ​ເຂົ້າ​ອອກ 4 ແຫ່ງ​ໄດ້​ຕິດ​ຕັ້ງ​ທໍ່​ລະ​ບາຍ​ອາ​ກາດ 4 ແຫ່ງ​ເພື່ອ​ລະ​ບາຍ​ອາ​ກາດ​ເປັນ​ປົກ​ກະ​ຕິ ໃຫ້​ຄົນ​ຮູ້​ສຶກ​ສະ​ບາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ