ທົດລອງໃຊ້ລະບົບສະມາສແວເກັບອາກອນມູນຄ່າເພີ່ມຢູ່ດ່ານຂົວມິດຕະພາບ
2017-08-18 14:52:09  cri 

ເຈົ້າໜ້າທີ່ພາສີດ່ານຂົວມິດຕະພາບ I ເລີ່ມທົດລອງນໍາໃຊ້ລະບົບສະມາສແວດໃນການຈັດ ເກັບອາກອນມູນຄ່າເພີ່ມ 10% ສໍາລັບເຄື່ອງ
ຂອງຕິດຕົວຜູ້ໂດຍສານ ຢູ່ດ່ານພາສີສາກົນຂົວມິດ ຕະພາບ I ເພື່ອເພີ່ມສິ່ງອໍານວຍຄວາມສະດວກໃຫ້ຜູ້ມາໃຊ້ບໍລິການ, ພ້ອມດຽວກັນນັ້ນ
ກໍເພື່ອ ສ້າງຄວາມຍຸຕິທໍາແລະຄວາມໂປ່ງໃສໃນການຈັດຕັ້ງປະຕິບັດ ການເກັບລາຍຮັບເຂົ້າງົບປະ ມານ ຂອງລັດ.

ໃນວັນທີ 14 ສິງຫາ ນີ້ ເວັບໄຊສູນຂໍ້ມູນຂ່າວສານ ດ້ານການຄ້າຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ເປີດເຜີຍວ່າ: ຜູ້ໂດຍສານ
ທີ່ຊື້ເຄື່ອງຂອງຕິດຕົວເຂົ້າມາ ສປປ ລາວ ຜ່ານດ່ານພາສີສາກົນ ຂົວມິດຕະພາບ I ສາມາດຊໍາລະຄ່າອາກອນມູນຄ່າເພີ່ມ 10% ດ້ວຍ
ລະບົບ Smart VAT (ສະມາສແວດ) ໂດຍຜ່ານບັດ VISA, ບັດ JCB, ບັດ Master Card, ບັດ BCEL ATM-Union
Pay, ບັດ Smart Tax, ແລະ ລະບົບ BCEL One ສໍາລັບຜູ້ໂດຍສານ ທີ່ຍັງບໍ່ມີບັດປະເພດດັ່ງກ່າວ ສາມາດໃຊ້ເງິນສົດໄປແລກ
ເອົາບັດ Smart VAT ທີ່ຈຸດບໍລິການຕ່າງໆ ຂອງທະນາຄານການຄ້າຕ່າງປະເທດ ເພື່ອຊໍາລະຄ່າອາກອນມູນ ຄ່າເພີ່ມໄດ້.

ກະຊວງການເງິນ ໄດ້ອອກຂໍ້ກໍານົດເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016, ວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມ ສໍາລັບ
ເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາ 10% ຂອງມູນຄ່າເຄື່ອງຂອງຕິດຕົວ ເພື່ອຊົມໃຊ້ໃນຊີວິດປະຈໍາວັນ ທີ່ບໍ່ມີລັກສະນະທາງການ
ຄ້າ ຜ່ານດ່ານພາສີຊາຍແດນ ໃຫ້ຖືກຕ້ອງ ແລະ ທັງເປັນການປະຕິບັດພັນທະຂອງຕົນຕໍ່ລັດ ຕາມລະບຽບກົດໝາຍ. ເຊິ່ງໄດ້ກໍານົດໃຫ້
ຜູ້ໂດຍ ສານທີ່ເປັນພົນລະເມືອງລາວ, ຄົນຕ່າງດ້າວ ຫຼື ຄົນຕ່າງປະເທດ ທີ່ເດີນທາງເຂົ້າມາໃນ ສປປ ລາວ ຕ້ອງໄດ້ແຈ້ງເສຍອາກອນ
ມູນຄ່າເພີ່ມ ຕາມອັດຕາທີ່ໄດ້ກໍານົດໄວ້, ຖ້າເຄື່ອງຂອງຕິດຕົວນໍາເຂົ້າມາໃນ ສ ປປ ລາວ ທີ່ມີມູນຄ່າເກີນ 50 ໂດລາສະຫະລັດ. ຜ່ານ
ການຈັດຕັ້ງປະຕິບັດຕົວຈິງ ແມ່ນພົບບັນຫາຄວາມຫຍຸ້ງຍາກຫຼາຍ ສົມຄວນ. ດັ່ງນັ້ນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ໃນ
ການຊໍາລະຄ່າອາກອນ ມູນຄ່າເພີ່ມດັ່ງກ່າວ ກະຊວງການເງິນ ຈຶ່ງໄດ້ອອກບົດແນະນໍາສະບັບເລກທີ 3643/ກງ, ລົງວັນທີ 31 ຕຸລາ
2016 ກ່ຽວກັບກົນໄກການຄຸ້ມຄອງ ການນໍາໃຊ້ບັດຊໍາລະອາກອນ ມູນຄ່າເພີ່ມ 10% ສໍາລັບເຄື່ອງຂອງຕິດຕົວຜູ້ໂດຍສານ ດ້ວຍລະ
ບົບ Smart VAT ຢູ່ດ່ານພາສີ ສາກົນ ໃນຂອບເຂດທົ່ວປະເທດ.

ນອກຈາກນັ້ນ, ຍັງສ້າງສິ່ງອໍານວຍຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ໃຫ້ແກ່ຜູ້ໂດຍສານທີ່ເຂົ້າມາ ສປປ ລາວ ໃນການຊໍາລະຄ່າ
ອາກອນມູນຄ່າເພີ່ມ ຜ່ານຫຼາຍປະເພດບັດ ແລະ ທັງລະບົບອອນລາຍ ຫຼື BCEL One ຕື່ມອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ