ສປປ ລາວ ຄວ້າ 2 ຫຼຽນທໍາອິດໃນ ກິລາຊີເກມ
2017-08-18 16:34:11  cri 

 ອີງຕາມເວັບໄຊທາງການຂອງ ຊີເກມ 2017 ຫຼື ກົວລາລໍາເປີ ເກມ ລະບຸວ່າ: ການແຂ່ງຂັນກະຕໍ້ປະເພດຊິນລອນໃນ ຊີເກມ ຄັ້ງທີ 29 ທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ເມື່ອຕອນບ່າຍຂອງວັນທີ 17 ສິງຫາ ນີ້, ການແຂ່ງຂັນຮອບຊິງຊະນະເລີດປະເພດ ກະຕໍ້ຊິນລອນ ອີເວັນ 4 ລະຫວ່າງທີມຊາດລາວ ພົບກັບມຽນມາ. ປະກົດວ່າກະຕໍ້ຊິນລອນຂອງລາວ ເກັບຄະແນນໄດ້ 148 ຄະແນນ ເສຍໃຫ້ກັບມຽນມາ ຫວຸດຫວິດພຽງແຕ່ຄະແນນດຽວເທົ່ານັ້ນ ( 148 – 149 ຄະແນນ ) ສົ່ງຜົນໃຫ້ທີມນັກກິລາມຽນມາຄວ້າຫຼຽນຄໍາໄປຄອງ, ຫຼຽນເງິນເປັນຂອງນັກກິລາລາວ ,  ສ່ວນຫຼຽນທອງເປັນຂອງເຈົ້າພາບມາເລເຊຍ ຮ່ວມກັບກໍາປູເຈຍ. ສ່ວນກໍຕໍ້ຊິນລອນອີເວັນ 2 ຄວ້າໄດ້ຫຼຽນທອງ . 

ສ່ວນອີກຫຼຽນຂອງກະຕໍ້ຊິນລອນລາວ ແມ່ນໄດ້ຈາກລາຍການ ອີເວັນ 2 ວັນທີ 16 ສິງຫາ 2017 ນີ້, ທີ່ສາມາດຍາດໄດ້ຫຼຽນທອງຮ່ວມກັບເຈົ້າພາບມາເລເຊຍ, ສ່ວນຫຼຽນຄໍາເປັນຂອງມຽນມາ ແລະ ຫຼຽນເງິນເປັນຂອງໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ