ສະຖານທູດ​ຈີນ​ປະຈຳ​ລາວ​ຈັດ​ງານ​ລ້ຽງ​ສົ່ງ​ນັກ​ສຶກສາລາ​ວມາ​ສຶກສາຢູ່​ ສປ ຈີນ
2017-08-18 16:47:46  cri 

 

  ຕາມຂ່າວ CRI: ສະຖານທູດຈີນປະຈຳລາວໄດ້​ຈັດ​ງານ​ລ້ຽງ​ສົ່ງ​ນັກ​ສຶກສາລາ​ວທີ່​ໄດ້​ຮັບທຶນ​ການ​ສຶກສາຈາກ​ລັດຖະບານ​ຈີນ​ປະຈຳສົກ​ປີ
2017-2018 ໃນ​ວັນ​ທີ 17 ສິງ​ຫາ​ນີ້, ​ໂດຍ​ທ່ານ ​ຫວາງເວີນທຽນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ, ທ່ານ​ ບົວລານ ສິລິປັນຍາຮອງ
​ລັດຖະມົນຕີ​ກະຊວງສຶກສາ​ທິການ​ແລະ​ກິລາ, ຜູ້ຕາງໜ້າ​ຄະນະກຳມະທີການຮ່ວມມື​ລາວ-ຈີນ​ພ້ອມ​ດ້ວຍ​ນັກ​ສຶກສາທີ່​ໄດ້​ຮັບ​ທຶນ​ການ​ສຶກສາ
100 ກວ່າ​ຄົນເຂົ້າ​ຮ່ວມ.

ທ່ານ ຫວາງເວີນທຽນ ກ່າວ​ວ່າ: ທຶນການສຶກສາຂອງລັດຖະບານຈີນ ເປັນສັນ​ຍະ​ລັກ​ໃນໂຄງການຮ່ວມມືລະຫວ່າງສອງປະເທດຈີນ-ລາວ,
ທັງ​ຮຽກ​ຮ້ອງ ຕໍ່ບັນດານັກສຶກສາຈົ່ງເອົາໃຈໃສ່ສຶກ​ສາຮ່ຳຮຽນ ເພື່ອເປັນທູດ​ມິດ​ຕະພາບ​ ແລະ ​ປະກອບສ່ວນ​ພັດທະນາ​ສາຍ​ພົວພັນ​ລະ
ຫວ່າງ​ສອງ​ປະ​ເທດ​ໃຫ້ເລິກເຊິ່ງກວ່າເກົ່າ.

ທ່ານ ບົວລານ ສິລິປັນຍາ ໄດ້ສະແດງຄວາມຂອບໃຈລັດຖະບານຈີນທີ່ສະໜັບສະໜູນ ການສຶກສາກໍຄືການອົບຮົມບຸກຄະລາກອນໃນຂົງ
ເຂດຕ່າງໆໃຫ້ແກ່ປະເທດຕົນມາໂດຍຕະຫລອດ, ​ແລະ​ໄດ້ຮຽກຮ້ອງບັນດານັກສຶກສາຕ້ອງປະຕິບັດຕາມກົດໝາຍກົດລະບຽບໃນໄລຍະສຶກ
ສາຢູ່ຈີນ ແລະ ຕັ້ງໃຈຮ່ຳຮຽນ ເພື່ອພັດທະນາຕົນເອງໃຫ້ກາຍເປັນບຸກຄະລາກອນເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງ
ປະເທດຕົນ.

ຈີນໃຫ້ຄວາມສຳຄັນຕໍ່ການແລກປ່ຽນແລະຮ່ວມມືກັບລາວໃນຂົງເຂດການສຶກສາໂດຍສົ່ງເສີມນັກສຶກສາດີເດັ່ນຂອງລາວມາສຶກສາຢູ່ປະເທດ
ຕົນ ນອກນີ້ຍັງເພີ່ມ ທຶນການສຶກສາໃຫ້ລາວນັບມື້ຫລາຍກວ່າເກົ່າ. ໂດຍ​ມາຮອດປີ 2016, ນັກສຶກສາລາວໄດ້ຮັບທຶນການສຶກສາຈາກລັດ
ຖະບານຈີນມີເຖິງ 1361 ຄົນ ເປັນອັນດັບໜຶ່ງໃນອາຊຽນແລະ​ກໍ​ໃນ​ປີ​ດັ່ງ​ກ່າວ​ມີນັກສຶກສາລາວທີ່ສຶກສາຢູ່ຈີນ ທັງໝົດ 9907 ຄົນ. ຈາກ
ຜົນງານດັ່ງກ່າວເຮັດໃຫ້ລາວກາຍເປັນ ປະເທດທີ່ມີນັກສຶກສາມາສຶກສາຢູ່ຈີນຫລາຍທີ່ສຸດໃນໂລກ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ