69 ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັນ​ສັນ​ຍາ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ​ຈີນ
2017-08-18 15:18:36  cri 
    ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 17 ສິງ​ຫານີ້​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, ​ມີ 69 ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້ເຊັນ​ສັນ​ຍາ​ຮ່ວມ​ມືກໍ່​ສ້າງ​ຕາມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ​ຈີນ​ແລ້ວ.

    ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ເລັ່ງ​ລັດ​ເຊື່ອມ​ຕໍ່​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ​ຣັດ​ເຊຍ, "ເສັ້ນ​ທາງ​ສະ​ຫວ່າງ" ຂອງ​ກາ​ຊັກ​ສະ​ຖານ, ວິ​ໄສ​ທັດ 2030 ຂອງ​ອາ​ຣັບ​ບີ​ຊາ​ອຸ​ດິດ ແລະ​ອື່ນໆ ຂະ​ນະ​ທີ່ "ໂຄງ​ຮ່າງ​ແຜນ​ການສ້າງ​ແລວ​ທາງ​ເສດ​ຖະ​ກິດຈີນ-ມົງ​ໂກ​ລີ-ຣັດ​ເຊຍ" ກໍ​ໄດ້​ລົງ​ມື​​ເຮັດ​ແລ້ວ. ນອກ​ຈາກ​ປະ​ເທດ​ອາ​ຊີ​ແລະ​ເອີ​ຣົບ​ແລ້ວ, ປະ​ເທດ​ໃນ​ອາ​ຟ​ຣິ​ກາ, ອາ​ເມ​ລິ​ກາ​ລາ​ຕິນ ແລະ​ກາ​ຣາ​ອິບ ກໍ​ໄດ້​​ເຫັນ​ດີ​ແລະ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

    ເຈົ້າ​ໜ້າ​ທີ່​ທ່ານ​ດັ່ງ​ກ່າວ​ກ່າວ​ຕື່ມ​ວ່າ, ​ບາດ​ກ້າວ​ຕໍ່​ໄປ, ຈະ​ອອກ​ແຮງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໝາກ​ຜົນ​ຕ່າງໆ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດ​ຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສ້າງ​ຕັ້ງ​ສູນ​ສົ່ງ​ເສີມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສູນ​ຮ່ວມ​ມື​ລະ​ດົມ​ທຶນ​ແລະ​ພັດ​ທະ​ນາຫຼາຍ​ຝ່າຍ ແລະ​ການ​ຮ່ວມ​ມື​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ