ປະ​ເທດບ​ຣິກ​ສ໌​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ບົດ​ຮຽນ​ການ​ປົກ​ຄອງ
2017-08-18 16:48:18  cri 
    ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ປົກ​ຄອງ​ປະ​ເທດ​ຂອງ​ປະ​ເທດບ​ຣິ​ກ​ສ໌ ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຊວນ​ໂຈ່ວ​ແຂວງ​ຟູ​ຈ້ຽນ ສ​ປ ຈີນ​ໃນ​ວັນ​ທີ 17 ສິງ​ຫານີ້ ໂດຍ​ຜູ້​ຕາງ​ໜ້າ​ຈາກ​ຈີນ, ຣັດ​ເຊຍ, ອິນ​ເດຍ, ເບຼ​ຊິນ, ອາ​ຟ​ຣິ​ກາ​ໃຕ້ ພ້ອມ​ດ້ວນ​ຕັງ​ຊາ​ນີ, ເອ​ທີ​ໂອ​ປີ, ແມັກ​ຊິກ ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ​ໄດ້​ລົງ​ເລິກ​​ແລກປ່ຽນ​ບົດ​ຮຽນ​ການ​ປົກ​ຄອງ​ລັດ.

    ຜູ້​ຕາງ​ໜ້າທີ່​ຮ່ວມ​ປະ​ຊຸມ​ເຫັນ​ວ່າ, ການ​ທີ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ການ​ປົກ​ຄອງ​ປະ​ເທດນັ້ນ ມີ​ຜົນ​ດີ​ຕໍ່​ບັນ​ດາ​ປະ​ເທດບ​ຣິກ​ສ໌​ໃນການ​ພັດ​ທະ​ນາ​ຕໍ່​ໜ້າ ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ. ປະ​ເທດບ​ຣິກ​ສ໌ ຄວນ​ຊຸກ​ຍູ້​ໃຫ້​ການ​ແລກ​ປ່ຽນ​ບົດ​ຮຽນ​ກາຍ​ເປັນ​ກົນ​ໄກ ແລະ​ຍົກການ​ມີ​ສ່ວນ​ຮ່ວມໃຫ້​ສູງ​ຂຶ້ນ. ການ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ນີ້ ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ດ້ານ​ການ​ພັດ​ທະ​ນາ​ແລະ​ການ​ປົກ​ຄອງ.

    ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ສຳ​ຄັນ​ຂອງ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເມີນ​ ສ​ປ ຈີນ ໂດຍ​ຜູ້​​ເຂົ້າຮ່ວມ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື​ສາມ​ຫົວ​ຂໍ້​ຄື: "ລົງ​ເລິກ​ການ​ປະ​ຕິ​ຮູບ, ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ", "ແລກ​ປ່ຽນ​ຖອດ​ຖອນ​ບົດ​ຮຽນ, ສົ່ງ​ເສີມ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ລະ​ຍະ​ທຳຫຼາຍຢ່າງ" ແລະ "ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ແກ້​ໄຂ​ລະ​ບົບ​ການ​ບໍ​ລິ​ຫານ​ທົ່ວ​ໂລກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ