ລູກລະເບີດທີ່ທະຫານອາເມລິກາຄົງຄ້າງໄວ້ໃນໄລຍະສົງຄາມຫວຽດນາມລະເບີດຢູ່ພາກກາງຫວຽດນາມ ເຮັດໃຫ້ 6 ຄົນເສຍຊີວິດແລະ 1 ຄົນບາດເຈັບ
2017-08-19 16:49:39  cri 

ວັນທີ 18 ສິງຫານີ້, ຢູ່ເມືອງຄານຊັນແຂວງຄານຮົວທາງພາກໃຕ້ກາງຂອງຫວຽດນາມໄດ້ເກີດເຫດການລູກລະເບີດແຕກ ເຊິ່ງເຮັດໃຫ້ 6 ຄົນເສຍຊີວິດ, 1ຄົນບາດເຈັບສາຫັດ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງຄານຊັນເວົ້າວ່າ, ລູກລະເບີດໜ່ວຍນີ້ແມ່ນຖືກທະຫານອາເມລິກາຄົງຄ້າງໄວ້ໃນໄລຍະສົງຄາມຫວຽດນາມແລະບໍ່ທັນໄດ້ຮັບການຊຳລະເທື່ອ. ປະຊາຊົນທ້ອງຖິ່ນ 2 ຄົນຄົ້ນພົບລູກລະເປີດແລ້ວຢາກເລື່ອຍໃຫ້ມັນອອກເພື່ອເອົາໝື້ລະເບີດແລະໂລຫະ, ແຕ່ລູກລະເບີດໄດ້ແຕກຢ່າງກະທັນຫັນ ເຮັດໃຫ້ຜູ້ຊາຍ 2 ຄົນແລະເດັກນ້ອຍ 4 ຄົນເສຍຊີວິດຢູ່ກັບບ່ອນ, ຜູ້ຊາຍອີກ 1 ຄົນບາດເຈັບສາຫັດ. ຜູ້ເສຍຊີວິດດັ່ງກ່າວລ້ວນແຕ່ມາຈາກຄອບຄົວເຜົ່າຣາເກຼຊິ່ງເປັນຊົນເຜົ່າສ່ວນໜ້ອຍທ້ອງຖິ່ນທີ່ທຸກຍາກ.

ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ, ເມື່ອປະຊາຊົນທ້ອງຖິ່ນຄົ້ນພົບລູກລະເບີດເກົ່າແລ້ວ, ມັກຈະເລື່ອຍໃຫ້ມັນອອກເພື່ອເອົາໝື້ລະເບີດໄປລະເບີດປາ ແລະ ເອົາໂລຫະໄປເຮັດເປັນມີດແລະເຄື່ອງຕ່າງໆ. ສະນັ້ນ, ແຕ່ລະປີກໍມີ 100 ກວ່າຄົນເສຍຊີວິດຍ້ອນອຸບັດເຫດລູກລະເບີດແຕກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ