ຈີນທວງໃຫ້ອາເມລິກາແລະຍີ່ປຸ່ນຢຸດຕິຖ້ອຍຄວາມທີ່ບໍ່ຖືກຕ້ອງກ່ຽວກັບບັນຫາເກາະຕ້ຽວຢີແລະບັນຫາທະເລຈີນໃຕ້
2017-08-19 16:55:33  cri 

ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 18 ສິງຫານີ້, ມີນັກຂ່າວຖາມວ່າ: ຫວ່າງມໍ່ໆນີ້, ລັດຖະມົນຕີກະຊວງການຕ່າງປະເທດແລະກະຊວງປ້ອງກັນປະເທດຂອງອາເມລິກາແລະຍີ່ປຸ່ນໄດ້ອອກຖະແຫຼງການຮ່ວມຂອງຄະນະກຳມະການປຶກສາຫາລືຄວາມໝັ້ນຄົງອາເມລິກາຍີ່ປຸ່ນຫຼັງການພົບປະເຈລະຈາ "2+2" ໂດຍກ່າວຢ້ຳວ່າ ມາດຕາທີ 5 ໃນສົນທິສັນຍາຮັກສາຄວາມໝັ້ນຄົງອາເມລິກາຍີ່ປຸ່ນເໝາະໃຊ້ໃນບັນຫາເກາະຕ້ຽວຢີ, ແລະສອງຝ່າຍດັ່ງກ່າວກໍໄດ້ສະແດງຄວາມເປັນຫ່ວງຢ່າງໜັກໜ່ວງຕໍ່ສະຖານະການທະເລຈີນໃຕ້. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

ທ່ານນາງຮ້ວາຊຸ່ນຢີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນເອົາໃຈໃສ່ໃນລະດັບສູງຕໍ່ຖ້ອຍຄວາມດັ່ງກ່າວຂອງອາເມລິກາແລະຍີ່ປຸ່ນ. ອັນທີ່ວ່າສົນທິສັນຍາຮັກສາຄວາມໝັ້ນຄົງອາເມລິກາຍີ່ປຸ່ນ ແມ່ນຜົນເກີດໃນໄລຍະສົງຄາມເຢັນ, ບໍ່ຄວນຖືເປັນຫຼັກຖານອ້າງອີງຂອງຈຸດຢືນທີ່ຜິດກົດໝາຍຂອງຍີ່ປຸ່ນ, ບໍ່ຄວນທຳລາຍອະທິປະໄຕຜືນແຜ່ນດິນ, ສິດແລະຜົນປະໂຫຍດທີ່ກ່ຽວຂ້ອງຂອງຈີນ.

ທ່ານນາງຮ້ວາຊຸ່ນຢີງກ່າວຕື່ມວ່າ, ປັດຈຸບັນ ສະຖານະການຂອງທະເລຈີນໃຕ້ມີຄວາມໝັ້ນທ່ຽງແລະພວມຂະຫຍາຍໄປສູ່ແງ່ດີ, ການສົນທະນາແລະປຶກສາຫາລືທີ່ກ່ຽວຂ້ອງລະຫວ່າງຈີນກັບປະເທດອາຊຽນໄດ້ຮັບຄວາມຄືບໜ້າອັນຕັ້ງໜ້າຢ່າງບໍ່ຢຸດຢັ້ງ. ອາເມລິກາແລະຍີ່ປຸ່ນບໍ່ແມ່ນຝ່າຍກ່ຽວຂ້ອງຂອງບັນຫາທະເລຈີນໃຕ້, ຕ້ອງຢຸດຕິກ່າວຖ້ອຍຄວາມທີ່ບໍ່ຖືກຕ້ອງ ແລະ ເຮັດວຽກທີ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ