ກອງທະຫານຊ່າງຮັກສາສັນຕິພາບຈີນຮັບຄວາມຍ້ອງຍໍຍ້ອນສຳເລັດໜ້າທີ່ການສ້າງພື້ນຖານໂຄງລ່າງຂອງອົງການສະຫະປະຊາຊາດ
2017-08-19 16:57:23  cri 

ວັນທີ 18 ສິງຫານີ້ຕາມເວລາທ້ອງຖິ່ນ, ກອງທະຫານຊ່າງຮັກສາສັນຕິພາບຊຸດທີ 15 ຂອງຈີນໄດ້ສຳເລັດໜ້າທີ່ການສ້າງພື້ນຖານໂຄງລ່າງຄົບຊຸດຢູ່ເຂດສູ້ຮົບຕາເວັນຕົກຂອງຄະນະພິເສດອົງການສະຫະປະຊາຊາດທີ່ໄປປະຕິບັດໜ້າທີ່ຢູ່ຊູດັງໃຕ້ຢ່າງຈົບງາມ ໂດຍໄດ້ແກ້ໄຂບັນຫາການຢູ່ການກິນຂອງພະນັກງານແລະທະຫານຂອງອົງການສະຫະປະຊາຊາດ ເຊິ່ງໄດ້ຮັບຄວາມຍ້ອງຍໍສັນລະເສີນຈາກຄະນະກວດກາແລະປະເມີນຂອງຄະນະພິເສດອົງການສະຫະປະຊາຊາດປະຈຳຊູດັງໃຕ້.

ຫວ່າງມໍ່ໆມານີ້, ສະຖານະການຊູດັງໃຕ້ເກີດຄວາມປັ່ນປ່ວນຢ່າງຕໍ່ເນື່ອງ, ຝ່າຍຕ່າງໆເກີດການປະທະກັນເລື້ອຍໆ, ຈຳນວນຊາວອົບພະຍົບເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ເພື່ອຮັບມືກັບສະຖານະການທີ່ຂ້ຽວຂາດຂຶ້ນຕື່ມ, ກອງທະຫານຊ່າງຂອງຈີນເລັ່ງລັດການກໍ່ສ້າງເຮືອນພັກ. ໂດຍຜ່ານການທຳຄວາມພະຍາຍາມເປັນເວລາເຄິ່ງປີ, ເຮືອນໃໝ່ 54 ຊຸດໄດ້ຮັບການສ້າງສຳເລັດຜົນຢ່າງສະດວກ ເຊິ່ງໄດ້ຮັບປະກັນການຈັດສັນງານຂອງການເຄື່ອນໄຫວອົງການສະຫະປະຊາຊາດຢ່າງແຂງແຮງ.

ທ່ານຣາເຈສ ຮອງເສນາທິການໃຫຍ່ຂອງຄະນະພິເສດອົງການສະຫະປະຊາຊາດປະຈຳຊູດັງໃຕ້ໄດ້ຕີລາຄາສູງຕໍ່ເລື່ອງນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ