ສອງ​ປະ​ເທດ​ຈີນ​ຟີ​ລິບ​ປີນ​ກ່າວ​ວ່າ​ຈະເຮັດ​ໃຫ້​ການ​ຮ່ວມ​ມື​ແທ້​ຈິງ​ລະ​ຫວ່າງ​ສື່ມວນ​ຊົນ​ສອງ​ປະ​ເທດ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ
2017-08-19 16:00:57  cri 
ວັ​ນ​ທີ 18 ສິງ​ຫາ​ນີ້, ໃນ​ໂອ​ກາດ​ພົບ​ປະ​ກັບ​ທ່ານ​ມາ​ຕິນ ອັນ​​ດາ​ນາ ລັ​ຫົວ​ໜ້າ​ຫ້ອງ​ການ​ຖະ​ແຫຼງ​ຂ່າວຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີຟີ​ລິບ​ປີນ​ຢູ່​ນະ​ຄອນ​ຫຼ​ວງ​ມະ​ນີ​ລາ, ທ່ານ​ໂກ່ວ​ເວີ້ຍ​ມິນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ສອງ​ປະ​ເທດ​ຮ່ວ​ມ​ກັນ​ກ້າວ​ໄປ​ໜ້າ​ໃນ​ອະ​ນາ​ຄົດ, ເຮັດ​ໃຫ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະ​ຫວ່າງ​ສື່ມວ​ນ​ຊົນ​ສອງ​ປະ​ເທດ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ທ່ານ​ໂກ່ວ​ເວີ້ຍ​ມິນ​ກ່າວ​ວ່າ, ​ປີ​ຜ່ານ​ມາຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານຈີນ​ແລະ​​ຫ້ອງ​ການຖະ​ແຫຼງ​ຂ່າວ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ "ບົດ​ບັນ​ທຶກ​​ຊ່ວຍ​ຈຳ​ກ່ຽວ​ກັບ​ຂ່າວ, ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ​ການ​ອົບ​ຮົມ​ແລະ​ວຽກ​ງານ​ອື່ນໆ", ຫຼັງ​ຈາກ​ນັ້ນ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຂ່າວ​ໄດ້ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຫວັງ​ວ່າ​ສອງ​ຝ່າຍ​ສາ​ມາດ​ຮ່ວມ​ກັນ​ກ້າວ​ໄປ​ໜ້າ​ໃນ​ອະ​ນາ​ຄົດ, ລົງ​ເລິ​ກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະ​ຫວ່າງ​ສື່ມວນ​ຊົນ​ທັງ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​​ອັນ​ດາ​ນາ ກ່າວ​ວ່າ, ປະ​ເທດ​ຕົນ​ຍິນ​ດີ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ດ້ານ​ການ​​ເພີ່ມ​ທະ​ວີ​ການແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ແນະ​ນຳ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ​ອັນ​ເປັນມູນ​ເຊື້ອ​ຂອງ​ຈີນ​ໃຫ້​ປະ​ຊາ​ຊົນ​ປະ​ເທ​ດ​ຕົນຊາບ​ຢ່າງ​ດີກວ່າ​ເກົ່າ, ແລະ​ແນະ​ນຳ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈີນ​ເປັນ​ຜູ້​ລິ​ເລີ່ມ​ໃຫ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ