ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 29 ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 19 ສິງ​ຫາ
2017-08-19 16:02:47  cri 
ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 29 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໃນ​ວັນ​ທີ 19 ສິງ​ຫາ​ນີ້, ນີ້​ແມ່ນ​ມາ​ເລ​ເຊຍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ດັ່ງ​ກ່າວ​ເປັນ​ຄັ້ງ​ທີ 6,  ໂດຍ​ເນັ້ນ​ຫົວ​ຂໍ້ທີ່​ວ່າ "​​ຮ່ວມ​ກັນ​ຈະ​ເລີນ​ຮຸ່ນ​ເຮືອງ". ນັກ​ກິ​ລາ​ຈາກ​​ບັນ​ດາປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ຈະ​ແຂ່ງ​ຂັນ​ກັນ​ໃນ​ກິ​ລາ 39 ປະ​ເພດ.

ທ່ານ​ນາ​ສ​ຣິ ບິນອັບ​ດຸນ ອາ​ສິ​ສ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ແລະ​ວັດ​ທະ​ນະ​ທຳ​ມາ​ເລ​ເຊຍ​ກ່າວ​ວ່າ, ​ຊີ​ເກມ​ແມ່ນ​ງານ​ກິ​ລາ​ມະ​ໂຫລານ​ຂອງ​ພາກ​ພື້ນ, ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ນອກ​ຈາກ​ນັກ​ກິ​ລາ​ທີ່​ມາ​ຈາກ 11 ປະ​ເທດ​ອາ​ຊຽນ​ມາ​ເຂົ້າ​ຮ່ວມ​ແລ້ວ, ຄາດ​ວ່າ​ຈະ​ມີ​ຜູ້​ສະ​ໜັບ​ສະ​ໜູນ​ແລະ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເປັນ​ພັນ​ເປັນ​ໝື່ນຄົນ​ມາ​ເຂົ້າ​ຮ່ວມ​ອີກ​ດ້ວຍ, ກົວ​ລາ​ລຳ​ເປີ​ໄດ້​ກຽມ​ພ້ອມ​ແລ້ວ​ຈະ​ຕ້ອນ​ຮັບ​ແຂກ​ດ້ວຍ​ສະ​ພາບ​ການ​ທີ່​ດີ​ທີ່​ສຸດ.

ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ນີ້​ຍັງ​ໄດ້​ເນັ້ນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ນອກ​ຈາກ​ໄດ້​ຕັ້ງ​ຖັງ​ຂີ້​ເຫຍື້ອ​ຢ່າງ​ພຽງ​ພໍ​ແລ້ວ, ຍັງ​ໄດ້​ຈັດ​ໃຫ້​ມີ​ກິດ​ຈະ​ກຳ "ມີ​ຫຼຽນ​ລາງວັນ​​ຫຼາຍ​ເທົ່າ​ໃດ​ກໍ​ປູກ​ຕົ້ນ​ໄມ້​​ຫຼາຍ​ເທົ່າ​ໃດ", ​ເນື່ອງ​ຈາກ​ນັ້ນ, ກົວ​ລາ​ລຳ​ເປີ​ຈະ​ປູກ​ຕົ້ນ​ໄມ້ 5000 ກວ່າ​ຕົ້ນ​ຢູ່​ບ້ານນັກ​ກິ​ລາ, ຈຳ​ນວນ​ຕົ້ນ​ໄມ້​ທີ່​ຈະ​ປູກ​ນັ້ນ​ເທົ່າ​ກັບ​ຍອດ​ຈຳ​ນວນ​ຫຼຽນ​ລາງວັນ​ໃນ​ຊີ​ເກມ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ