ອາ​ເມ​ລິ​ກາເລີ່ມ​ດຳ​ເນີນ​ການ​ສຳ​ຫຼວດ 301 ຕໍ່​ຈີນ​ຢ່າງ​ເປັນ​ທາງ​ການ
2017-08-19 16:53:55  cri 
ທ່ານ​ໂຣ​ເປີດ ​ໄລ​ດ໌​ຮິ​ເຈີ ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 18 ສິ​ງ​ຫາ​ນີ້​ວ່າ, ປະ​ເທດ​ຕົນ​ເລີ່ມ​ກໍ່​ການ​ສຳ​ຫຼວດ 301 ຕໍ່​ຈີນ​ຢ່າງ​ເປັນ​ທາງ​ການ.

​ຈີນ​ຄັດ​ຄ້ານ​​ອາ​ເມ​ລິ​ກາທີ່ໃຊ້​ອາ​ວຸດ​ດ້ານ​ກົດ​ໝາຍ​ລັດ​ທິ​ຝ່າ​ຍ​ດຽວ​ທີ່​ລະ​ເມີດ​ລະ​ບຽບ​ການ​ອົງ​ການ​ການ​ຄ້າ​ໂລກ.

ອັນ​ທີ່​ເອີ້ນ​ວ່າ "ການ​ສຳ​ຫຼວດ 301" ແມ່ນ​ມາ​ຈາກ​ຂໍ້​ມາດ​ດາ​ທີ 301 ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ສະ​ບັບ​ປີ 1974 ຂອງ​ອາ​ເມ​ລິ​ກາ. ຂໍ້​ມາດ​ຕາ​ດັ່ງ​ກ່າວມອບ​ສິດ​ໃຫ້​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ​ສາ​ມາດ​ດຳ​ເນີນການ​ສຳ​ຫຼວດ​ຕໍ່ "ການ​ກະ​ທຳ​ດ້ານ​ການ​ຄ້າ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​​ຫຼື​ບໍ່​ຍຸ​ຕິ​ທຳ" ຂອງ​ປະ​ເທດ​ອື່ນ​ໄດ້, ແລະ​​ສາ​ມາດສະ​ເໜີ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ຫຼັງ​ສຳ​ເລັດ​ການ​ສຳ​ຫຼວດ, ລວມ​ທັງ​ຍົກ​ເລີກ​ຂໍ້​ສະ​ດວກ​ພິ​ເສດ​ດ້ານ​ການ​ຄ້າ, ເກັບ​ພາ​ສີ​ແກ້​ແຄ້ນ​ແລະ​ອື່ນໆ.

ອີງ​ຕາມ​ລະ​ບຽບ​ການ​ກົດ​ໝາຍ, ຫຼັງ​ດຳ​ເນີນ​ການ​ສຳ​ຫຼວດ​ຢ່າງ​ເປັນ​ທາງ​ການ​ແລ້ວ, ອາ​ເມ​ລິ​ກາ​ຈະ​ປຶກ​ສາ​ຫາ​ລື​ກັບ​ລັດ​ຖະ​ບານ​ຈີນ​ກ່ອນ, ​ລະ​ບຽບ​ການ​ສຳ​ຫຼວດ​ຈະ​ດຳ​ເນີນ​ເປັນ​ເວ​ລາ​ໜຶ່ງ​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ