ທ່ານ​ສີ​ຈິ້ນຜີງ​ສົ່ງ​ຈົດ​ໝາຍ​ຊົມ​ເຊີຍ​ຕໍ່​ການ​ເປີດ​ກິດ​ຈະ​ກຳສຳ​ຫຼວດ​​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດກວມ​ລວມ​ຢູ່​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ​ເປັນ​ຄັ້ງ​ທີ2
2017-08-20 13:51:09  cri 
ວັນ​ທີ19ສິງ​ຫາ​ນີ້, ກິດ​ຈະ​ກຳ​​ສຳ​ຫຼວດ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ​ສັງ​ລວມ​ຢູ່​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ​ຄັ້ງ​ທີ2ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນ​ລ​າ​ຊາ​ເຂດ​ຊີ່​ຈ້າງ​(ຕິ​ເບດ)ຂອງ​ຈີນ. ທ່ານ​ສີ​ຈິນ​ຜີງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ຈົດ​ໝາຍ​ຊົມ​ເຊີຍ, ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງສຸດ​ໃຈ​ແລະ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ອົບ​ອຸ່ນ​ຕໍ່​ພະ​ນັກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ນັກ​ສຶກ​ສາ​ຊາວ​ໜຸ່ມ​ແລະ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ທັງຫຼາຍ​ທີ່​ເຂົ້າ​ຮ່ວມ​ການ​ສຳຫຼວດ​ວິ​ທະ​ຍາ​ສາດ​ຄັ້ງ​ນີ້.

ໃນ​ຈົດ​ໝາຍ​ຂອງທ່ານ​ສີ​​ຈິ້ນ​ຜີງ​ໄດ້​ຂຽນ​ວ່າ, ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ​ເປັນ​ກຳ​ແພງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ລະ​ບົບ​ນິ​ເວດ​ວິ​ທະ​ຍາທີ່​ສຳ​ຄັນ ທັງ​ເປັນ​ຖານ​ສະ​ສົມ​ຊັບ​ພະ​ຍາ​ກອນ​ຍຸດ​ທະ​ສາດ​ທີ່​ສຳ​ຄັນຂອງ​ຈີນ, ເປັນ​ສະ​ຖານ​ທີ່​ທີ່​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ເຊື້ອ​ຊາດ​ຈີນ. ການ​ດຳ​ເນີນ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ຄັ້ງ​ນີ້, ໂດຍ​ເປີດ​ເຜີຍ​ກົດ​ເກນ​ວິ​ວັດ​ທະ​ນາ​ການ​ຂອງ​ສິ່ງ​ແວດ​ລ້ອມ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ, ແລະ​ປັບ​ປຸງ​ລະ​ບົບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​​ນິ​ເວດວິ​ທະ​ຍາ​ດີ​ຂຶ້ນ, ເຊິ່ງ​ຈະ​ມີ​ຜົນ​ສະ​ທ້ອນ​ອັນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ, ຊຸກ​ຍູ້​ການ​ສ້າງ​ຄວາມ​ສິ​ວິ​ໄລ​ທາງນິ​ເວດ​​ວິ​ທະ​ຍາຂອງ​ຊາດ, ແລະ​ຊຸກ​ຍູ້​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ລະ​ບົບ​ນິ​ເວດ​ທົ່ວ​ໂລກ.

ທ່ານ​ສີ​ຈິ້ນ​ຜີງ​ຫວັງ​ວ່າ, ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ນັກ​ສຶກ​ສາ​ຊາວ​ໜຸ່ມ​ແລະ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ທັງຫຼາຍ​ທີ່​ເຂົ້າ​ຮ່ວມ​ການສຳຫຼວດ​ຈະ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຂອງ​ນັກ​ວິ​ທະ​ຍາ​ສາດ​ຮຸ່ນ​ເກົ່າ​ທີ່​ບາກ​ບັ່ນ​ສູ້​ຊົນ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ ສາ​ມັກ​ຄີ​ບຸກ​ບືນ​ແລະ​ກ້າ​ສູ້​ກ້າ​ເອົາ​ຊະ​ນະ, ສຸມ​ໃສ່​​ຄົ້ນ​ຄວ້ານ້ຳ, ລະ​ບົບ​ນິ​ເວດ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ມະ​ນຸດ, ອອກ​ແຮງ​ແກ້​ໄຂ​ບັນ​ຫາ​​ດ້ານ​ຕ່າງໆ, ຄື, ຄວາມ​ອົດ​ທົນ​ດ້ານຊັບ​ພະ​ຍາ​ກອນ​ແລະ​ສິ່ງ​ແວດ​ລ້ອມ​ຂອ​ງ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ, ຄວາມ​ສ່ຽງ​​ດ້ານ​ໄພ​ທຳ​ມະ​ຊາດ, ຊ່ອງ​ທາງ​ການ​ພັດ​ທະ​ນາ​​ສີ​ຂຽວ​ແລ​ະ​ອື່ນໆ, ເຮັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ​ນັ້ນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ຢ່າງ​ຜາ​ສຸກກວ່າ​ເກົ່າ.

ການ​ສຳຫຼວດ​ຄັ້ງ​ນີ້​ແມ່ນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ​ຈີນ​ເປັນ​ຜູ້​ລິ​ເລີ່ມ​ຈັດ​ຂຶ້ນ, ໂດຍ​ຈະ​ສຳຫຼວດ​ຄົ້ນ​ຄວ້າ​ນ້ຳ, ລະ​ບົບ​ນິ​ເວດ, ການ​ເຄື່ອນ​ໄຫວ​ຂອງ​ມະ​ນຸດ ແລະ​ອື່ນໆ​ຢູ່​ເທິງ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ, ພ້ອມທັງ​ວິ​ເຄາະ​ຜົນ​ສະ​ທ້ອນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ມະ​ນຸດ​ເນື່ອງ​ຈາກ​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ