ມູນ​ຄ່າ​ການ​ຄ້າ​ດ້ານ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ການ​ຄ້າ​ເສ​ລີ​ຊຽງ​ໄຮຫຼາຍກວ່າ 30 ຕື້ຢວນ
2017-08-20 15:44:25  cri 
ຈາກ​ການວາງ​ສະ​ແດງ​ອຸ​ປະ​ກອນ​ວັດ​ທະ​ນະ​ທຳ​ລະ​ດັບ​ສຸດຍອດ, ການ​ຄ້າ​ເຄື່ອງ​ສິ​ລະ​ປະ​ສາ​ກົນ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ, ​ເຖິງການ​ພັດ​ທະ​ນາ​ສິນ​ຄ້າທີ່​ຄົ້ນ​ຄວ້າ​ຜະ​ລິດຈາກວັດ​ຖຸ​ບູ​ຮານ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຄ້າ​ດ້ານ​ວັດ​ທະ​ນະ​ທຳຢູ່​ເຂດ​ການ​ຄ້າ​ເສ​ລີ​ຊຽງ​ໄຮ​ທີ່​ເປັນ​ເຂດການ​ຄ້າ​ເສ​ລີ​ແຫ່ງ​ທຳ​ອິດພາຍ​ໃນ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ກາຍ​ເປັນ​ເວ​ທີ​ສຳ​ຄັນ​ຂອງ​ຈີນ​ໃນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​​ຈີນ​ກັບ​ຕ່າງ​ປະ​ເທດ.

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຊັ້ນ​ສູງ "ການ​ສົນ​ທະ​ນາ​ຢູ່​ຊຽງ​ໄຮ - ສິ​ລະ​ປະ​ເປີດ​ແນວ​ຄິດ​ອະ​ນາ​ຄົດ"ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ລີ​ຈ້າວ​ເຈ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ເຂດ​ການ​ຄ້າ​ເສ​ລີ​ຊຽງ​ໄຮ​ກ່າວ​ວ່າ, ແຕ່​ການ​ເປີດນຳ​ໃຊ້​ເປັນ​ເວ​ລາ3ປີ​ມາ​ນີ້, ເຂ​ດ​ການ​ຄ້າ​ເສ​ລີ​ຊຽງ​ໄຮ​ໄດ້​ສະ​ໜອງ​ສະ​ພາບ​ແວດ​ລ້ອມ​ດ້ານ​ລະ​ບ​ຽບການ​ແລະ​ໂອ​ກາດ​ການ​ຕະຫຼາດ​ທີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ປະ​ເພ​ດ​ວັດ​ທະ​ນະ​ທຳ. ປັດ​ຈຸ​ບັນ, ມີ​ວິ​ສາ​ຫະ​ກິດປະ​ມານ 500ແຫ່ງ​ປະ​ຈຳ​ຢູ່​ສູນ​ກາ​ນ​ຄ້າ​ວັດ​ທະ​ນະ​ທຳ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ທີ່​ຢູ່​ໃນ​ເຂດ​ການ​ຄ້າ​ເສ​ລີ​ຊຽງ​ໄຮ, ໂດຍ​ລວມທັງ​ຂະ​ແ​ໜງ​ການ​ຕ່າງໆ, ເຊັ່ນ: ອຸ​ປະ​ກອນ​ວັດ​ທະ​ນະ​ທຳ​ໄຮ​ເທັກ, ເຄື່ອງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ, ຈົນ​ຮອດ​ກາ​ຕູນ​ແລະ​ເກມ​ເອ​ເລັກ​ໂຕຼນິກ.

ທ່ານ​ຫູ​ຫວນ​ຈົ່ງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ສູນ​ກາ​ນ​ຄ້າ​ວັດ​ທະ​ນະ​ທຳ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ກ່າວ​ວ່າ, ເຂດ​ການ​ຄ້າ​ເສ​ລີ​ໄດ້​ນຳ​ໃຊ້​ທ່າ​ແຮງ​ພິ​ເສດ​ໃນ​ດ້ານ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຂອງ​ດ່ານ​ພາ​ສີ, ເຊື່ອມ​ຕໍ່​ຕະຫຼາດ​ພາຍ​ໃນ​ກັບ​ຕະຫຼາດ​ສາ​ກົນ, ຊຸກ​ຍູ້​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທີ່​ດີ​ເດັ່ນ, ປັດ​ຈຸ​ບັນ ມູນ​ຄ່າ​ການ​ຄ້າ​ດ້ານ​ວັດ​ທະ​ນະ​ທຳ​ທຸກ​ປີ​ໄດ້ຫຼາຍກວ່າ 30 ຕື້ຢວນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ