ໜ່ວຍ​ແພດ​ແຂວງ​ຢຸນ​ນານ​ຈີນ​ຈະ​ຊ່ວຍ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ມຽນ​ມາ​ເບິ່ງ​ເຫັນ​ຄືນໄດ້ 200 ຄົນ
2017-08-20 13:50:52  cri 

ພິ​ທີ​ເປີດ​ກິດ​ຈະ​ກຳ​ເພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍດ "ການ​ເຄື່ອ​ນ​ໄຫວ​ເພື່ອ​ແສງ​ສະ​ຫວ່າງ"​ແຂວງ​ຢຸນ​ນານ​ ສ​ປ ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ໝໍ​ຕີ​ດາ​ກູ​ສະ​ວີ​ປີ​ເຮັນ ເມືອງ​ຢາງ​ກຸ່ງ ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 19 ສິງ​ຫາ​ນີ້​ໂດຍ​ແມ່ນ​ມູນ​ນິ​ທິ​ແລກ​ປ່ຽນ​ມິດ​ຕະ​ພາບ​ສາ​ກົນ​ປະ​ຊາ​ຊົນ​ຢຸນ​ນານ​, ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ວາງ​ແຜນ​ຄອບ​ຄົວ​ແຂວງ​ຢຸນ​ນານ, ໂຮງ​ໝໍ​ປະ​ຊາ​ຊົນ​ທີ 2 ແຂວງ​ຢຸນ​ນານ​ຈີນ​ແລະ​ມູນ​ນິ​ທິ​ວິ​ຊາ​ຄາ​ມຽນ​ມາ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ.

ທ່ານດ​ຣ.ຄວາລາ ປະ​ທານ​ສະ​ມາ​ຄົມ​ການ​ແພດ​ມຽນ​ມາ​ຢືນ​ຢັນ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ມຽນ​ມາ​ມີ​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ເປັນ​ຈຳ​ນວນຫຼາຍ, ເຖິງວ່າ​ລັດ​ຖະ​ບານ​ໃຫ້​ຄວາມ​ສຳ​ຄັນ​ສູງ​ກໍ​ຕາມ,ແຕ່​ເນື່ອງ​ຈາກ​ຂາດ​ເງື່ອນ​ໄຂ​ດ້ານ​ການ​ປິ່ນ​ປົວ​, ອຸ​ປະ​ກອນ​ການ​ແພດ​ແລະ​ຢາ​ປິ່ນ​ປົວ, ຈາກ​ນີ້,ການ​ທີ່​ພຽງ​ແຕ່​ອາ​ໄສ​ລັດ​ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ປິ່ນ​ປົວ​ຄົນ​ເຈັບ​ແກ່ນ​ຕາ​ຂຸ້ນ​ພາຍ​ໃນ​ເວ​ລາ​ສັ້ນ​ນັ້ນ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ. ຈາກ​ສະ​ພາບ​ນີ້, ​ໂຄງ​ການ "ການ​ເຄື່ອນ​ໄຫວ​ເພື່ອ​ແສງ​ສະ​ຫວ່າງ"ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ມຽນ​ມາ​​ເບິ່ງເຫັນ​ຄືນ​ໄດ້​ໂດຍ​ບໍ່​ເສຍ​ຄ່າ​ນັ້ນ​ເປັນ​ການ​ກຸ​ສົນ​ອັນ​ປະ​ເສີດ​.

ໂອ​ກາດ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ຢາງ​ໂສ​ເຈິ່ງ ທີ່​ປຶກ​ສາ​ການ​ເມືອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ຢືນ​ຢັນ​ໂດຍ​ເຊື່ອ​ໝັ້ນ​ວ່າ ກິດ​ຈະ​ກຳ "ການ​ເຄື່ອ​ນ​ໄຫວ​ເພື່ອ​ແສງ​ສະ​ຫວ່າງ"​​ຄັ້ງ​ນີ້​ຈະ​ເປັນ​ການ​ສ້າງ​ຂົວ​ຕໍ່​ແຫ່ງ​ໃໝ່​ເພື່ອ​ເສີມ​​ສ້າງ​ມິດ​ຕະ​ພາບ​ຈີນ-ມຽນ​ມາ​ແລະ​ລົ​ງ​ເລິກ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ. ສະ​ຖານ​ທູດ​ຈີນ​ສະ​ໜັບ​ສະ​ໜູ​ນ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸ​ສົນ​ດັ່ງ​ກ່າວ​ນີ້ ທັງ​ຍິນ​ດີສະ​ໜັບ​ສະ​ໜູນ​ແລະປະ​ສານ​ງານ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.

ກິດ​ຈະ​ກຳ "ການ​ເຄື່ອ​ນ​ໄຫວ​ເພື່ອ​ແສງ​ສະ​ຫວ່າງ"​​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວ​ລາ 5 ວັນ, ຕາມ​ແຜນ​ການ​ຈະ​​ຜ່າ​ຕັດ​​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ 200 ຄົນ​ໂດຍ​ບໍ່​ເສຍ​ຄ່າ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ