ໄທ​ມີ​ຜູ້​ຕິດ​ເຊື້ອ​​ພະ​ຍາດໄຂ້​ຫວັດ​ໃຫຍ່ເສຍ​ຊີ​ວິດ10 ຄົນ
2017-08-21 11:19:37  cri 
ຂະ​ແໜງ​ການ​ສາ​ທາ​ລະ​ນະ​ສຸກ​ໄທ​ຢືນ​ຢັນ​ໃນ​ວັນ​ທີ 20 ສິງ​ຫາ​ນີ້​ວ່າ: ມາ​ຮອດ​ວັ​ນ​ທີ 15 ສິງ​ຫາ​ນີ້,​ປະ​ເທດ​ຕົນ​ມີ​ຜູ້​ຕິດ​ເຊື້​ອ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່ກວ່າ 67000 ຄົນ, ໃນ​ນີ້​ເສຍ​ຊີ​ວິດ 10 ຄົນ​.

ກຸ່ມ​ຄົນ​​ອາ​ຍຸແຕ່ 15-24 ປີ​​ເປັນ​ກຸ່ມ​ຄົນ​ທີ່​ຕິດ​ເຊື້ອ​ພະ​ຍາດ​​ດັ່ງ​ກ່າວຫຼາຍກວ່າ​ໝູ່, ​ຖັດມາ​ແມ່ນ​ກຸ່ມ​ຄົນ​ອາ​ 10-14ປີ ແລະ​ 25-34ປີ. ​ຂະ​ນະ​ດຽວ​ກັນ,ກຸ່ມ​ຄົນ​ທີ່​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່​ສ່ວນຫຼາຍ​ຢູ່​ແຂວງລະ​ຍອງ,ນະ​ຄອນຫຼວງ​ບາງກອກ,ແຂວງ​ຊຽງ​ໃໝ່,ແຂວງຈັນ​ທະ​ບູ​ຣີ​ແລະ​ອື່ນໆ.

ພະ​ແນກ​ຄວບ​ຄຸມ​ພະ​ຍາດ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ຢືນ​ຢັນ​ວ່າ ເນື່ອງ​ຈາກ​ໄລ​ຍະ​ນີ້​ຝົນ​ຕົກຫຼາຍ, ອຸນ​ຫະ​ພູມ​ປ່ຽນ​ແປງ​ໄວ ຈິ່ງ​ເຮັດ​ໃຫ້​ເປັນ​ໄຂ້​ຫວັດ​ໃຫຍ່ງ່າຍແລະໃນ​ອາ​ທິດ​ຕໍ່​ໄປ​​ຈຳນວນ​ຄົນ​ເປັນ​ໄຂ້​ຫວັດ​ໃຫຍ່​ຍັງ​ອາດ​ຈະ​ເພີ່ມ​ຂຶ້ນ. ຂະ​ນະ​ດຽວ​ກັນ, ພະ​ແນກ​ດັ່ງ​ກ່າວ​ໄດ້​ເຕືອນ​ປະ​ຊາ​ຊົນ​ໃຫ້ໝັ່ນ​ລ້າງ​ມື,ເອົາ​ໃຈ​ໃສ່​ຄວາມ​ສະ​ອາດ​ສ່ວນ​ຕົວ ແລະ​ຢູ່​ຫ່າງ​ຈາກ​ຜູ້​ເປັນ​ໄຂ້​ຫວັດ​ໃຫຍ່​ໃນ​ໄລ​ຍະໃດ​ໜຶ່ງ​ແລະຫາກ​ມີ​ອາ​ການ​ໄອ,​ນ້ຳ​ມູກ​ໄຫຼ​ແລະ​ອື່ນ​ໆ​ຄວນ​ໄປ​ຫາ​ໝໍ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ