ຂະ​ບວນ​ລົດ​ໄຟEMU  "ຟູ​ຊິງ"​ຈະ​ບັນ​ລຸ​ເປົ້າ​ໝາຍບໍ​ລິ​ການ​ຂົນ​ສົ່ງ​ໃນ​ຄວາມ​ໄວ​ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ
2017-08-21 14:26:14  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຂອງ​ຈີນ​ລາຍ​ງານໂດຍ​ອີງ​ຕາມ​ການ​ເປີດ​ເຜີຍ​ຂອງບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ເປີດ​ເຜີຍ​ວ່າ, ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈະ​ນຳ​ໃຊ້​ແຜນ​ຜັງ​ບໍ​ລິ​ການ​ລົດ​ໄຟ​ສະ​ບັບ​ໃໝ່​ໃນ​ວັນ​ທີ 21 ກັນ​ຍາ​ປີ​ນີ້​ໂດຍ​ຈະ​ເພີ່ມ​ຈຳ​ນວນ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ບໍ​ລິ​ການ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ສ່ວນ​ໜຶ່ງ​ແລະ​ເມື່ອ​ເຖິງເວ​ລາ​ນັ້ນ, ຂະ​ບວນ​ລົດ​ໄຟEMU "ຟູ​ຊິງ"​ຈະ​ເປັນ​ຂະ​ບວນ​ລົດ​ໄຟ​ທຳ​ອິດ​ທີ່​ເປີດ​ບໍ​ລິ​ການ​ດ້ວຍ​ຄວາມ​ໄວ​ສູງ​ເຖິງ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ຕາມ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຊຽງ​ໄຮ. ຈາກ​ນີ້ ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ເປີດ​​ບໍ​ລິ​ການ​ລົດ​ໄຟ​ຄວາມ​ໄວ​ສູງ​ສຸດ​ໃນ​ໂລກ.

ເດືອນ​ກໍ​ລະ​ກົດ​ຜ່ານ​ມາ, ​ຈີນ​ໄດ້​ຈັດ​ຕັ້​ງ​ຊ່ຽວ​ຊານ​ກວດ​ກາ​ການ​ແລ່ນ​ລົດ​ດ້ວຍ​ຄວາມ​ໄວ​ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ແລະ​ການ​ປະ​ເມີນ​ຄວາມ​ປອດ​ໄພ​ການ​ແລ່ນ​ ຂອງ​ຂະ​ບວນ​ລົດ​ໄຟEMU "ຟູ​ຊິງ" ແລະຜົນການ​ພິ​ສູດ​ຕາມຫຼັກ​ວິ​ທະ​ຍາ​ສາດ​ແລະ​ການ​ປະ​ເມີນ​ຮອບ​ດ້ານ​ຢ່າງ​ເປັນ​ລະ​ບົບ​ສະ​ແດງ​ໃຫ້​ເຫັນ​ວ່າ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຊຽງ​ໄຮ້​ສາ​ມາດ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ແລ່ນ ດ້ວຍ​ຄວາມ​ໄວ​ເຖິງ 350 ກິ​ໂລ​ແມັດ​ຕາມ​ການ​ອອກ​ແບບ. ເລີ່ມ​ແຕ່​ວັນ​ທີ 21 ກັນ​ຍາ​ປີ​ນີ້​ເປັນ​ຕົ້ນ​ໄປ, ຂະ​ແໜງ​ການ​ທາງ​ລົດ​ໄຟ​ຈະ​ຈັດ ຂະ​ບວນ​ລົດ​ໄຟEMU "ຟູ​ຊິງ" 14 ຂະ​ບວນ​ເປີດ​ບໍ​ລິ​ການ​ຂົນ​ສົ່ງ​ຕາມ​ຄວາມ​ໄວ​ດັ່ງ​ກ່າວໃນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຊຽງ​ໄຮ້ ເຊິ່ງ​ລະ​ຫວ່າງ​ປັກ​ກິ່ງ-ຊຽງ​ໄຮ​ໂດຍ​ຈະໃຊ້​ເວ​ລາ​ປະ​ມານ 4 ຊົ່ວ​ໂມງ​ເຄິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ