ປັກ​ກິ່ງ​ຈັດ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ໄທ
2017-08-21 16:41:20  cri 

ສະ​ຖານ​ທູດ​ໄທ​ປະ​ຈຳ​ຈີນ​ໄດ້​ຈັດ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ໄທ2017ໃນ​ຫົວ​ຂໍ້ "ສະ​ຫຍາມ​ເມື​ອງ​ຍິ້ມ​,ຊີມ​ໄປ​ຍິ້ມ​ໄປ​"ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ທ່ານ​ພິ​ຣິ​ຍາ ເຂັມ​ພອນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ​ປະ​ຈຳ​ຈີນ​ພ້ອມ​​ດ້ວຍທູ​ຕາ​ນຸ​ທູດປະ​ຈຳ​ຈີນ,ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ, ວິ​ສາ​ຫະ​ກິດ,ນັກ​ຂ່າວ​ແລະ​ອື່ນໆ​ຮ້ອຍກວ່າ​​ທ່ານ​ເຂົ້າ​ຮ່ວມ.

ກິດ​ຈະ​ກຳ​ຄັ້ງ​ນີ້​ປະ​ກອບ​ມີ​ງານ​ວາງ​ສະ​ແດງ​ຮ້ານ​ອາ​ຫານ​ແລະ​ສິ​ນ​ຄ້າ​ໄທ, ພິ​ທີ​ນຳ​ສະ​ເໜີAPP ອາ​ຫານ​ຕາມ​ຖະ​ໜົນຫຼືStreet Food ໄທ, ການ​ສະ​ແດງວັດ​ທະ​ນະ​ທຳ​ທີ່​ມີ​ມູນ​ເຊື້ອ​ຂອງ​ໄທ​ພ້ອມ​ດ້ວຍ​ການ​​ສາ​ທິດ​ປຸງ​ແຕ່ງ​ອາ​ຫານ​ໄທ ແລະ​ຈາ​ກ​ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ອາ​ຫານ​, ດົນ​ຕີ, ການ​ຟ້ອນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ໄທ ​ລວມ​ທັງ​ໄດ້ນຳ​ສະ​ເໜີ​ແຫຼ່ງ​ທ່ອງ​ທ່ຽວ​ແລະ​ກິດ​ຈະ​ກຳ​ທ່ອງ​ທ່ຽວຫຼ້າ​ສຸດ​ຂອງ​ໄທ​ອີກ​ດ້ວຍ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ