ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຟີ​ລິບ​ປິນ​​ກວາດ​ລ້າງຜູ້​ກໍ່​ອາ​ຊະ​ຍາ​​ກຳ ໂດຍ​ສາ​ມາດ​ສັງ​ຫານ 25 ຄົນ​ເສຍ​ຊີ​ວິດ
2017-08-21 17:15:48  cri 
ວັນ​ທີ 17 ສິງ​ຫາ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຟີ​ລິບ​ປິນ​ໃຫ້​ຮູ້​ວ່າ: ​ຕຳ​ຫຼວດ​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ໝາຍ 40 ເທື່ອ​ຢູ່​ຫຼາຍ​ແຫ່ງ​ໃນ​ນະ​ຄອນ​ຫຼວງ​ມະ​ນີ​ລາ​ ໂດຍ​ສາ​ມາດຍິງ​ຜູ້​ກໍ່​ອາ​ຊະ​ຍາ​ກຳ 25 ຄົນ​ເສຍ​ຊີ​ວິດ ແລະຈັບ​ໄດ້ 70 ຄົນ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຟີ​ລິບ​ປິນ​ກ່າວຕື່ມ​ວ່າ: ຜູ້​ເສຍ​ຊີ​ວິດ​ທີ່​ຖືກ​ຍິງ​ນັ້ນ​ເປັນ​ຜົນ​ມາ​ຈາກ​ການ​ຂັດ​ຂືນ​​ແລະ​ປ​ະ​ທະກັບ​ຕຳ​ຫຼວດ. ໃນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ 25 ຄົນ​ນັ້ນ, 14 ຄົນ​ຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຄ້າ​ຢາ​ເສບ​ຕິດ ແລະ 11 ຄົນ​ຖືກ​ສົງ​ໄສ​ໃຊ້​ອາ​ວຸດ​ປືນ​ໃນການ​ປຸ້ນ​ຈີ້​. ຂະ​ນະ​ດຽວ​ກັນ, ຍັງໄດ້​ຈັບ​ຜູ້​ຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ 70 ຄົນ​ຕາມ​ຄຳ​ສັ່ງ​ຈັບ​ຈາກ​ສານ​ປະ​ເທດ​ຕົນ. ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ເຂດ​ມະ​ນີ​ລາ​ກ່າວ​ວ່າ: ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂະ​ໜາດ​ໃຫຍ່​ໃນ​ເວ​ລາ​ດຽວ​ກັນ​ຄື​ດັ່ງ​ກ່າວ​ກໍ​ເພື່ອ​ສະ​ກັດ​ກັ້ນ​ການ​ຄ້າ​ຢາ​ເສບ​ຕິດ​ຜິດ​ກົດ​ໝາຍ​ຢູ່​ນະ​ຄອນ​ຫຼວງ​ໃຫ້ມີ​ປະ​ສິດ​ທິ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ