ໄຕ​ມາດ​ສອງເສດ​ຖະ​ກິດ​ມາ​ເລ​ເຊຍ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ ຄາດ​ວ່າ​ໝົດ​ປີຈະ​ເຕີບ​ໂຕກວ່າ 4,8%
2017-08-21 10:53:41  cri 
ທະ​ນາ​ຄານ​ແຫ່ງ​ຊາດ​ມາ​ເລ​ເຊຍ​ອອກ​ຖະ​ແຫຼງ​ການ​​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ມາ​ເລ​ເຊຍ​ໃນ​ໄຕ​ມາດ​ທີ​ສອງ​​ສູງກວ່າ​​ຄາດ​ໝາຍ, ໂດຍລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ປະ​ເທດ​ຕົນ​​ບັນ​ລຸ​ເຖິງ 5,8%. ​ແລະເນື່ອງ​ຈາກ​ເສດ​ຖະ​ກິດ​ເຕີບ​ໂຕ​​ເປັນ​ຢ່າງ​ດີໃນ 2 ໄຕ​ມາດ​ຕົ້ນ​ປີ​ນີ້, ຄາດ​ວ່າ​ໝົດ​ປີເສດ​ຖະ​ກິດ​ຈະ​ເຕີບ​ໂຕ​ຫຼາຍກວ່າ 4,8%.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ຍ້ອນ​ໄດ້​​ຮັບ​ຈາກ​ການ​ສົ່ງ​ອອກ​ສິນ​ຄ້າ, ການ​ບໍ​ລິ​ການ​ແລະ​ຂະ​ແໜງ​ການ​ຜະ​ລິດ​ເພີ່ມ​ຂຶ້ນ, ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ​ສອງ​​ຈຶ່ງ​ບັນ​ລຸ​ຫຼາຍກວ່າ​ໄຕ​ມາດ​ທີ​ໜຶ່ງ 5,6%. ​ຂະ​ນະ​ທີ່ການ​ສະ​ໜອງ​ສິນ​ຄ້າ, ​ເຊິ່ງ​ຂະ​ແໜງ​ການ​ຕົ້ນ​ຕໍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ, ​ຈຶ່ງ​ເຮັດ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ. ​ແລະເນື່ອງ​ຈາກວ່າ​ເສດ​ຖະ​ກິດ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ເຕີບ​ໂຕ 5,7%, ຈຶ່ງຄາດ​ວ່າ​​ໝົດ​ປີ​ນີ້​ເສດ​ຖະ​ກິດ​ຈະ​ເຕີບ​ໂຕ​ຫຼາຍກວ່າ 4,8%.

ກ່ອນ​ໜ້າ​ນີ້​ລັດ​ຖະ​ບາດ​ມາ​ເລ​ເຊຍ​ຄາດ​ວ່າ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ​ໃນ​ປີ 2017 ຈະ​ຢູ່​ລະ​ຫວ່າງ 4,3% - 4,8%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ