ຟີ​ລິບ​ປີນ​ເກີດ​ການ​ລະ​ບາດພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ອີກ
2017-08-21 14:28:21  cri 
ກະ​ຊວງ​ກະ​ສິ​ກຳ​ຟີ​ລິບ​ປີນ​ຢືນ​ຢັນ​ໃນ​ວັນ​ທີ 18 ສິງ​ຫາ​ນີ້​ວ່າ, ພາຍ​ຫຼັງ​ແຂວງ​ປຳ​ປັນ​ກາ​ຢູ່​ພາກ​ເໜືອ​ຂອງ​ປະ​ເທດ​ຕົນ​ເກີດ​ການ​ລະ​ບາດພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ເປັນ​ເວ​ລາ​ໜຶ່ງ​ອາ​ທິດ​ແລ້ວ, ກໍ​ໄດ້​ແຜ່​ລາມ​ໄປ​ສູ່​ແຂວງ​ນິວ​ວະ​ໄອ​ຊິ​ຈາ​ທີ່​ຕິດ​ກັບ​ແຂວງ​ດັ່ງ​ກ່າວ​. ປັດ​ຈຸ​ບັນ​ລັດ​ຖະ​ບານ​ໄດ້​ສັ່ງຫ້າມບໍ່​ໃຫ້​ເກາະ​​ລູ​​ຊົນ​ສົ່ງ​ສັດ​ປີກ​ໄປ​ບ່ອນ​ອື່ນ​ແລ້ວ.

ທ່ານ​ເອ​ມັນ​ນູ ປິ​ໂນນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຟີ​ລິບ​ປີນ​ຢືນ​ຢັນ​ໃນ​ວັນ​ທີ 18 ສິງ​ຫາ​ນີ້​ວ່າ, ​ໄດ້​ກວດ​ພົບ​ເຫັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ຟາມ​ລ້ຽງນົກ​ກະທາ​ແຫ່ງ​ໜຶ່ງ​ແລະ​ຟາມ​ລ້ຽງ​ໄກ່​ແຫ່ງ​ໜຶ່ງ​​ຢູ່​ແຂວງນິວ​ວະ​ໄອ​ຊິ​ຈາ​ທີ່​ຕັ້ງ​ຢູ່​ພາກ​ກາງ​ຂອງ​ເກາະ​ລູ​​ຊົນ​. ລັດ​ຖະ​ບານ​ປະ​ເທດ​ຕົນ​ໄດ້​​ສະ​ດຸ້ງ​ໄວ​ຕໍ່​ສະ​ພາບ​ການ​ດັ່ງ​ກ່າວ​ໂດຍ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່ໜ່ວຍ​ປ້ອງ​ກັນ​ພະ​ຍາດ​​ໄປ​ສອງ​ແຫ່ງ​ດັ່ງ​ກ່າວເພື່ອ​ຢືນ​ຢັນ​ວ່າ​ເປັນ​ເຊື້ອ​ພະ​ຍາດ​​ນີ້​ແທ້​ຫຼື​ບໍ່, ແລະ​ກຳ​ນົດ​ເຂດ​ຫ້າມ​ໜຶ່ງ​ກິ​ໂລ​ແມັດ​ແລະ​ເຂດ​ຄວບ​ຄຸມ 7 ກິ​ໂລ​ແມັດ.

ວັນ​ທີ 11 ສິງ​ຫາ​ນີ້, ນິ​ຄົມ​ກະ​ເສດ​ແຫ່ງ​ໜຶ່ງ​ຂອງ​ແຂວງ​ປຳ​ປັນ​ກະ​ໄດ້​ເກີດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ສາຍ​ພັນ H5, ສົ່ງ​ຜົນ​ເຮັດ​ໃຫ້​ໄກ່​ປະ​ມານ 3,8 ໝື່ນ​ໂຕ​ຕາຍ. ຂະ​ນະ​ທີ່ທ່ານ​ປິ​ໂນນ ກ່າວ​ວ່າ, ພະ​ຍາດ​ທີ່​ແຜ່​ລະ​ບາດ​ຢູ່​ແຂວງ​ດັ່​ງ​ກ່າວຄ້າຍ​ຄື​ກັບພະ​ຍາດ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງນິວ​ວະ​ໄອ​ຊິ​ຈາ, ແຕ່​ຍັງ​ບໍ່​ທັນ​ໄດ້​ຈະ​ແຈ້ງ​ເທື່ອ​ໂດຍ​ໃນປັດ​ຈຸ​ບັນໄດ້​ສົ່ງ​ແບບ​ຢ່າງ​ເຊື້ອ​ພະ​ຍາດ​​ໄປ​ກວດ​ກາ​ຢູ່​ອົ​ສ​ຕຼາ​ລີ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ