ອິນ​ໂດ​ເນ​ເຊຍ​ຈັດ​ພິ​ທີ​ນັບ​ຖອຍຫຼັງ​ມະ​ຫະ​ກຳ​ກິ​ລາ​ເອ​ຊຽນ​ເກມ
2017-08-21 14:18:11  cri 
ຕອນ​ຄ່ຳ​ວັນ​ທີ 18 ສິງ​ຫາ​ນີ້, ອິນ​ໂດ​ເນ​ເຊຍ​ໄດ້ຈັດ​ພິ​ທີ​ນັບ​ຖອຍຫຼັງ 1 ປີ​​ມະ​ຫະ​ກຳ​ກິ​ລາ​ເອ​ຊຽນ​ເກມປີ 2018 ຢ່າງ​ເປັນ​ທາງ​ການ.

ໃນ​ຖາ​ນະ​ເປັນ​ມະ​ຫະ​ກຳ​ກິ​ລາ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ, ມະ​ຫະ​ກຳ​ກິ​ລາ​ເອ​ຊຽນ​ເກມຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​, ເມືອງປາ​ແລມ​ບັງ ເທດ​ສະ​ບານ​ແຂວງ​ຊູ​ມັດ​ຕ​ຣາ​ໃຕ້​ຂອງປະ​ເທດ​ດັ່ງ​ກ່າວ​ແຕ່​ວັນ​ທີ 18 ສິງ​ຫາ​ຫາ​ວັນ​ທີ 2 ກັນ​ຍາ​ປີ​ໜ້າ.

​ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່າວ​ໃນ​ພິ​ທີ​ວ່າ, ເອ​ຊຽນ​ເກມ​ຈະ​ເຕົ້າ​ໂຮມ​ພະ​ລັງ​ອາ​ຊີ​ແລະ​ຊຸກ​ຍູ້​ສັນ​ຕິ​ພາບ​ຂອງ​ອາ​ຊີ ແລະໃນ​ຖາ​ນະ​ເປັນ​ເຈົ້າ​ພາບ​, ອິນ​ໂດ​ເນ​ເຊຍ​ຈະ​​ເປັນ​ໜຶ່ງ​ດຽວ​ຈັດ​ມະ​ຫະ​ກຳ​ດັ່ງ​ກ່າວ​ໃຫ້ສຳ​ເລັດ​ຜົນ.

ມະ​ຫະ​ກຳ​ເອ​ຊຽນ​ເກມ​ຄັ້ງ​ນີ້​ຈະ​ຮ່ວມ​ຊີງ​ໄຊ​ໃນ 39 ​​ປະ​ເພດ​ ແລະ 426 ລາຍ​ການ​ ແລະ​ຈະ​ມີ​ນັກ​ກິ​ລາ​ເກືອບ 1 ໝື່ນ​ຄົນ​ຈາກ 45 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ອາ​ຊີ​​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ