ມາ​ເລ​ເຊຍຕົກ​ລົງ​​ຈະ​​ຊອກ​ຄົ້ນ MH370 ຄືນໃໝ່ຫຼື​ບໍ່​ຕາມ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວ​ຊານ
2017-08-21 15:12:06  cri 
    ທ່ານ ລຽງ​ຕົງ​ໄລ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນ​ຄົມ​ມາ​ເລ​ເຊຍ ກ່າວ​ໃນ​ກ່ອນ​ໜ້ານີ້​ບໍ່​ດົນ​ວ່າ, ຈະ​ຕົກ​ລົງຊອກ​ຄົ້ນຖ້ຽວ​ບິນ MH370 ຂອງ​ບໍ​ລິ​ສັດ​ການ​ບິນ​ມ​າ​ເລ​ເຊຍຄືນໃໝ່ຫຼື​ບໍ່​ຕາມ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວ​ຊານ ພ້ອມ​ດ້ວຍ​ຄວາມ​ພ້ອມ​​ສາມ​ປະ​ເທດຄື​ຈີນ, ອົ​ສ​ຕ​ຣາ​ລີ ແລະ​ມາເລ​ເຊຍ​.

    ທ່ານ ລຽວ​ຕົງ​ໄລ ກ່າວໃນ​ໂອ​ກາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ໜຶ່ງ​ກ່ອນ​ໜ້ານີ້​ບໍ່​ດົນ​ວ່າ, ປັດ​ຈຸ​ບັນ​ນີ້, ມີພຽງ​ແຕ່​ບົດ​ລາຍ​ງານ​ຂອງ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ອຸດ​ສາ​ຫະ​ກຳ​ສະ​ຫະ​ພັນ​ອົ​ສ​ຕ​ຣາ​ລີ​​ຢ່າງ​ດຽວ​ເທົ່າ​ນັ້ນ ຈຶ່ງ​ບໍ່​ສາ​ມາດ​ຕົກ​ລົງ​ໄດ້​ວ່າ ຈະ​ຊອກ​ຄົ້ນ​ຄືນ​ໃໝ່ຫຼື​ບໍ່. ແນວ​ໃດ​ກໍ​ດີ, ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ອຸດ​ສາ​ຫະ​ກຳ​ສະ​ຫະ​ພັນ​ອົ​ສ​ຕ​ຣ​າ​ລີ ໄດ້​ຍື່ນ​ເອ​ກະ​ສານ​ທັງ​ໝົດ​ໃຫ້​ມາເລ​ເຊຍ​ແລ້ວ, ​ແຕ່​ຍັງ​ລໍ​ຖ້າ​ການ​ຄົ້ນ​ຄວ້າ​ແລະ​ວິ​ໄຈ​ຂອງ​ຜູ້​ຊ່ຽວ​ຊານ​ກ່ອນ ເພື່ອ​ພິ​ສູດ​ວ່າ ເອ​ກະ​ສານ​ເຫຼົ່າ​ນີ້​ພຽງ​ພໍ​ບໍ່ ທີ່​ຈະ​ເຮັດ​ໃຫ້​ມາ​ເລ​ເຊຍ, ຈີນ ແລະ​ອົ​ສ​ຕ​ຣາ​ລີ​ພິ​ຈາ​ລະ​ນາ​ຊອກ​ຄົ້ນ​ຄືນ​ໃໝ່.

    ວັນ​ທີ 8 ມີ​ນາ 2014, ເຮືອ​ບິນ MH370 ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ ໄດ້​​ຂາດ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ພື້ນ​ດິນ​ໃນ​ລະ​ຫວ່າງ​ທາງ​​ບິນຈາກ​ກົວ​ລາ​ລຳ​ເປີ​ສູ່​ປັກ​ກິ່ງ ແລະຝ່າຍ​ຕ່າງໆ​ກໍໄດ້​ຊອກ​ຄົ້ນ​​ມາເປັນ​ເວ​ລາ 3 ປີ​ກວ່າ​ແລ້ວ ແຕ່​​ບໍ່ໄດ້​ພົບ​ຜົນ​ຫຍັງ ຈຶ່ງ​ໄດ້​ຢຸດ​ຕິ​ການ​ຊອກ​ຄົ້ນ​ໃນ​ເດືອນ​ມັງ​ກ​ອນ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ