ຈີນ​ສ້າງ​ຕັ້ງ​ໂຮງ​ໝໍ​ສະ​ມາດ​ແຫ່ງ​ທຳ​ອິດ
2017-08-21 15:15:52  cri 
    ໂຮງ​ໝໍ​ສະ​ມາດ ເຊິ່ງ​ເປັນ​ສູນ​ຊ່ວຍ​ປິ່ນ​ປົວ​ດ້ວຍ AI ແຂວງ​ອ່ານ​ຮຸ່ຍ ທີ່​ສ້າງ​ຂຶ້ນ​ໂດຍ​ບໍ​ລິ​ສັດຫຸ້ນ​ສ່ວນ iflytech ຈຳ​ກັດ​ແລະ​ໂຮງ​ໝໍ​ແຂວງອ່ານ​ຮຸ່ຍນັ້ນ ໄດ້​ເປີດ​ນຳ​ໃຊ້​ປ້າຍ​ຢູ່​ເມືອງ​ເຮີ​ເຟີຍ ເທດ​ສະ​ບານ​ແຂວງ​ອ່ານ​ຮຸ່ຍ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ສິງ​ຫານີ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ສູນ​ຊ່ວຍ​ປິ່ນ​ປົວດ້ວຍ AI ແຫ່ງ​ທຳ​ອິດ​ຂອງ​ຈີນ ໄດ້​ເລີ່ມ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ.

    ຂ່າວ​ແຈ້ງວ່າ, ໂຮງ​ໝໍ​ດັ່ງ​ກ່າວ​ຈະ​ນຳ​ໃຊ້​ເຕັກ​ນິກ​ຈຳ​ແນກ​ດ້ວຍ​ພາບ​ແພດ​ສາດ ແລະ ເຕັກ​ນິກ​ສະ​ມາດ AI ເພື່ອ​ບັນ​ລຸ​ການ​ບໍ​ລິ​ການ​ຕ່າງໆ ເປັນ​ຕົ້ນ: ຊ່ວຍ​ບົ່ງ​ມະ​ຕິ​ພະ​ຍາດ​​ແລະການ​ຄວບ​ຄຸມ​ຄຸນ​ນະ​ພາບ​ຂອງການ​ບົ່ງ​ມະ​ຕິ​ພະ​ຍາດ​ດ້ວຍ​ພາບ​ແພດ​ສາດ, ການ​ຊ່ວຍບົ່ງ​ມະ​ຕິ​ແລະ​ປິ່ນ​ປົວດ້ວຍ​ເຕັກ​ນິກ AI, ປຶ້ມ​ບັນ​ທຶກ​ປະ​ຫວັດ​ການ​ເປັນ​ພະ​ຍາດ​ແບບ​ຟາຍ​ສຽງ​ເອ​ເລັກ​ໂຕ​ຣ​ນິກ, ການ​ນຳ​ພາ​ການ​ປິ່ນ​ປົວ​ທີ່​ແນ່ນອນ, ການ​ຕິດ​ຕາມ​ອາ​ການ​ພະ​ຍາດຫຼັງ​ປິ່ນ​ປົວ​ຢ່າງ​ສະ​ມາດ ແລະ​ອື່ນໆ, ນຳ​ໃຊ້​ເຕັກ​ນິກ AI ເພື່ອ​ໃຫ້​ການ​ບໍ​ລິ​ການ​ອອນ​ໄລ​ໃຫ້​ແກ່​ໂຮງ​ໝໍ​ຂັ້ນ​ຕ່າງໆ​ໂດຍ​ຜ່ານ​ສາຍ​ເຊື່ອມ​ຕໍ່​ກັບ​ສູນ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ