ສິງ​ກະ​ໂປ-ຕວກ​ກີ​ພ້ອມ​ດຳ​ເນີນ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ​ຕົ້ນ​ເດືອນ​ຕຸ​ລາ​ປີ​ນີ້
2017-08-22 11:24:53  cri 
​ພາຍ​ຫຼັງ​ການ​ພົບ​ປະ​ລະ​ຫວ່າງທ່ານ ລີ​ສຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ແລະ ທ່ານ ບີ​ນາ​ລີ ຢິວ​ດີ​ຣິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕວກ​ກີໃນ​ໂອ​ກາດ​ຢ້ຽມ​ຢາມ​ສິງ​ກະ​ໂປ,ທັງ​ສອງ​ນາ​ຍົກ​ກໍ​ໄດ້​ຖະ​ແຫຼງ​ຂ່າວ​ຮ່ວມ​ໃນ​ວັນ​ທີ 21 ສິງ​ຫາ​ນີ້,ຂະ​ນະ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໄດ້​ປະ​ກາດ​ວ່າ: ລັດ​ຖະ​ບານ​ປະ​ເທດ​ຕົນແລະ​ສະ​ພາ​ແຫ່ງ​ຊາດ​ຕວກ​ກີ​ໄດ້​ອະ​ນຸ​ມັດ​ການ​ປະ​ຕິ​ບັດສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ​ທີ່​ລົງ​ນາມ​ໃນ​ປີ 2015 ແລະສັນ​ຍາ​ດັ່ງ​ກ່າວ​ຈະ​ເລີ່​ມ​ ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ຕຸ​ລາ​ປີ​ນີ້.

ທ່ານ ລີ​ສຽນ​ລຸງ ກ່າວ​ວ່າ: ສັນ​ຍາ​ດັ່ງ​ກ່າວ​ແມ່ນ​ຂີດ​ໝາຍ​ທາງ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ. ຂະ​ນະ​ທີ່ທ່ານ ຢິວ​ດີ​ຣິມ ກໍ​ກ່າວ​ວ່າ: ​ມູນ​ຄ່າການ​ຄ້າສອງ​ຝ່າຍ​ໃນ 10 ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ ແລະສັນ​ຍາ​ການ​ຄ້າ​ເສ​ລີ​ຈະ​ຊຸກ​ຍູ້​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂະ​ຫຍາຍ​ຕົວຕື່ມ​ອີກ.

ຂ່າວ​ແຈ້ງວ່າ: ຫຼັງ​ຈາກ​ສັນ​ຍາ​ວ່າ​ດ້ວຍ​ການ​ຄ້າ​ເສ​ລີ​ສະ​ບັບ​ດັ່ງ​ກ່າວ​ເລີ່ມ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ, ສິນ​ຄ້າ​ທີ່​ສິງ​ກະ​ໂປ​ສົ່ງ​ໄປ​ຕວກ​ກີ​ໃນ​ປັດ​ຈຸ​ບັນ​ເຊິ່ງ​ປະ​ກອບ​ມີ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ຣ​ນິກ, ຢາ​ປິ່ນ​ປົວ, ຢາ​ເຄ​ມີ ແລະອາ​ຫານ 80% ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນ​ພາ​ສີ ແລະຮອດ​ປີ 2027 ​ຈະ​ຍົກ​ໃຫ້ສູງ​ຂຶ້ນ​ຮອດ 95%. ນອກ​ນີ້, ສິງ​ກະ​ໂປ​ຈະ​ຍົກ​ເວັ້ນ​ພາ​ສີ​ຜະ​ລິດ​ຕະ​ພັນ​ນຳ​ເຂົ້າ 100% ຂອງ​ຕວກ​ກີ​ທັນ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ