ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​​ພົບປະ​ກັບ​ຜູ້​ບັນ​ຊາ​ການກອງ​ທັບ​ອາ​ກາດ​ກຳ​ປູ​ເຈຍ
2017-08-22 17:30:08  cri 


ວັນ​ທີ 21 ສິງ​ຫາ​ນີ້ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສູ້​ສີ​ລ້ຽງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ຊຸງ​ຊຳ​ນັງ ຜູ້​ບັນ​ຊາ​ການກອງ​ທັບ​ອາ​ກາດ​ກຳ​ປູ​ເຈຍ.

ທ່ານ​ ສູ້​ສີລ້ຽງ ກ່າ​ວ​ວ່າ: ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ມີ​ມາ​ແຕ່​ດົນ​ນານ ທັງໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ການ​ຜັນ​ແປ​ທີ່​ສະ​ຫຼັບ​ສັບ​ສົນ​ຂອງ​ສະ​ຖາ​ນະ​ການ​ສາ​ກົນ, ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຈີນ​ຂອບ​ໃຈ​ກຳ​ປູ​ເຈຍ​ທີ່​ໄດ້​​​ສະ​ໜັບ​ສະ​ໜູນ​​ບັນ​ຫາ​ທີ່​ມີ​ສ່ວນກ່ຽວ​ຂ້ອງ​ກັບ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ຈີນ. ປັດ​ຈຸ​ບັນ, ການ​ພົວ​ພັນແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ກອງ​ທັບ​ຂອງ​ສອງ​ປະ​ເທດ​ໄດ້​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ ແລະ​ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ຂຶ້ນ. ຈາກ​ນີ້​ຈຶ່ງຫວັງ​ວ່າ​ກອງ​ທັບ​ອາ​ກາດ​ຂອງ​ສອງ​ປະ​ເທດຈະ​ສືບ​ຕໍ່​ຮັກ​ສາ​​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ທີ່​ດີ,ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ກອງ​ທັບ​ສອງ​ປະ​ເທດ.

ທ່ານ ຊຸງ​ຊຳ​ນັງ ກ່າວ​ວ່າ: ກຳ​ປູ​ເຈຍ​ຂອບ​ໃຈຈີນ​ທີ່​ໄດ້​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ແບບ​ບໍ່​ເຫັນ​ແກ່​ຕົວ​ໃນ​ໄລ​ຍະ​ຜ່ານ​ມາ ເຊິ່ງກອງ​ທັບ​ອາ​ກາດ​ກຳ​ປູ​ເຈຍ​ຫວັງ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ ເພື່ອຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງກອ​ງ​ທັບ​​ໃຫ້​ຂະ​ຫຍາຍ​ຕົວຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ