ນັກ​ສຶກ​ສາ​ທີ່​ເຮັດ​ວຽກ​ໃຕ້​ແສງ​ແດດ​ກ້າ 30 ວັນ​ ກາຍ​ເປັນ​ຄົນ​ຜິວ​ດຳ
2017-08-22 17:41:03  cri 


ທ້າວ​ ຈ່າງ​ເຈ  ປີ​ນີ້​ອາ​ຍຸ 20 ປີ ເປັນ​ນັກ​ສຶກ​ສາ​ຢູ່ເມືອງ​ເວີ່ຍ​ໄຫ​ແຂວງ​ຊ່ານ​ຕຸ່ງ​ຈີນ. ຍາມ​ພັກ​ຮຽນ​ລະ​ດູ​ຮ້ອນ​ລາວ​ໄດ້​ເຮັດ​ວຽກ​ເພື່ອ​ຫາ​ເງິນລ້ຽງ​ໂຕ​ເອງ ໂດຍປັດ​ຈຸ​ບັນ, ລາວ​ເປັນ​ຜູ້​ຮັບ​ຜິດ​ຊອບ​ບໍ​ລິ​​ການ​ເຊົ່າ​ເຮືອ​ຖີບ​ຢູ່​ສະ​ລອຍ​ນ້ຳ​ທະ​ເລ​ສາ​ກົນ. ເຖິງວ່າ​ລາວ​ເຮັດ​ວຽກ​ພຽງ 1 ເດືອນ​ເທົ່າ​ນັ້ນ​ກໍ​ຕາມ​, ແຕ່​ກໍ​ເປັນ​ການ​ເຮັດ​ວຽກ​ທ່າມ​ກາງ​ແສງ​ແດດ​ກ້າ​ຈຶ່ງ​ເຮັດ​ໃຫ້​ລາວ​ດຳ​ແລະ​ໃນ​ຂະ​ນະ​ທີ່​ຢືນ​ກັບ​ນັກ​ທ່ອງ​ທ່ຽວ ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ລະ​ຫວ່າງ​ຄວາມ​ດຳ​ຂອງ​ລາວ​ກັບ​ຜິວ​ຂາວ​ຂອງ​ນັກ​ທ່ອງ​ທ່ຽວ ແລະ​ພາບ​ນີ້​ໄດ້​ເຮັດ​ໃຫ້​ຄົນ​ເບິ່ງ​ຮູ້​ສຶກວ່າ​ເປັນ​ເລື່ອງ​ຕະ​ຫຼົກ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ