ຈີນ-ອິນ​ໂດ​ເນ​ເຊຍ​ຈັດ​ກອງ​ປະ​ຊຸມ​​ກົນ​ໄກ​ສົນ​ທະ​ນາ​ຂັ້ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຄັ້ງ​ທີ 6
2017-08-22 10:51:30  cri 
ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຂັ້ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ອິນ​ໂດ​ເນ​ເຊຍຄັ້ງ​ທີ 6 ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 21 ສິງ​ຫາ​ນີ້, ໂດຍ​ທ່ານ​ຢາງ​ເຈ​ສື ທີ່​ປຶກ​ສາ​ແຫ່​ງ​ລັດ​ຈີນ​ແລະ​ທ່ານ​ເກ​ເນ​ຣານ ວິ​ຣັນ​ໂຕ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເມືອງ ກົດ​ໝາຍ​ແລະ​ວຽກ​ງານ​ຄວາມ​ປອດ​ໄພ​ອິນ​ໂດ​ເນ​ເຊຍ​ເປັນ​ປະ​ທານຮ່ວມ.

ສອງ​ຝ່າຍ​ຢືນ​ຢັນ​ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​​ຄວາມ​ເປັນ​ເອ​ກະ​ພາບລະ​ຫວ່າງທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ເພື່ອ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກກວ່າ​ເກົ່າ​ແລະກວ້າງ​ຂວາງກວ່າ​ເກົ່າ. ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ໃນ​ຫຼາຍ​ປີ​ຜ່ານ​ມາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ, ໂດຍສອງ​ປະ​ເທດ​ໄດ້​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ລະ​ດັບ​ສູງ​ຢ່າງ​ໃກ້​ຊິດ, ​ທັງຕັ້ງ​ໜ້າ​ເຊື່ອມ​ຈອດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບຄວາມ​ຄິດ "ຈຸດ​ເສົາ​ຄ້ຳ​ທາງ​ທະ​ເລ​ຂອງ​ໂລກ", ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ມີ​ກໍ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຫຼວງ​ຫຼາຍ. ແນ​ວ​ໃດ​ກໍ​ດີ​ໃນ​ຖາ​ນະຈີນ​ແລະ​ອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫຍ່​ຂອງ​ອາ​ຊີ, ຍ່ອມ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ເສດ​ຖະ​ກິດຂອງ​ປະ​ເທດ, ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງກວ້າງ​ຂວາງ​ລວມ​ທັງພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ອິນ​ໂດ​ເນ​ເຊຍ, ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​, ເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຮອບ​ດ້ານກວ່າ​ເກົ່າ.

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນໃນ​ລະ​ດັບ​ສູງ, ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ, ​ຕຸ​ລາ​ການ, ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ການ​ປາບ​ປາມ​ຢາ​ເສບ​ຕິດ, ອິນ​ເຕີ​ເນັດ, ທາງ​ທະ​ເລ​ແລະ​ການ​ບິນ​ອະ​ວະ​ກາດ​ແລະ​ອື່ນໆ. ນອກ​ນີ້ສອງ​ຝ່າຍ​ເຫັນ​ດີ​ຮ່ວ​ມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ແລະ​ພາກ​ພື້ນ, ຊຸກ​ຍູ້​​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊີ​ຕາ​ເວັນ​ອອກ​ໃຫ້ສືບ​ຕໍ່​ຂະ​ຫຍາຍ​ຕົວ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ສົມ​ທົບ​ໃນ​ບັນ​ຫາ​ສາ​ກົນ​ແລະ​ກົນ​ໄກ​ຫຼາຍ​ຝ່າຍ​​ໃນພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ