ນາ​ຍົກ​ສິງ​ກະ​ໂປຊົມ​ເຊີຍການ​ຊຳ​ລະ​ເງິນ​ແບບ​ເອ​ເລັກ​ໂຕຼນິກຂອງ​ຈີນ
2017-08-22 14:34:42  cri 
ຕອນ​ຄ່ຳ​ວັນ​ທີ 20 ສິງ​ຫາ​ນີ້​ໃນ​ໂອ​ກາດ​ກ່າວ​ປາ​ໄສໃນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຊາດ, ທ່ານ​ລີ​ຊຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ກ່າວ​ວ່າ, ການຊຳ​ລະ​ເງິນ​ແບບ​ເອ​ເລັກ​ໂຕຼນິກ​ຂອງ​ຈີນ​ໄດ້​​ນຳ​ໜ້າໂລກ, ເຊິ່ງປະ​ເທດ​ຕົນ​​ກໍພວມ​ສຸມ​ກຳ​ລັງ​ຊຸກ​ຍູ້​ການ​ຊຳ​ລະ​ໃນ​ຮູບ​ແບບ​ດັ່ງ​ກ່າວ.

ທ່ານລີ​ຊຽນ​ລຸງ ກ່າວ​ວ່າ, ປັດ​ຈຸ​ບັນ​​ຢູ່​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ, ​ການໃຊ້​ເງິນ​ສົດ​ແມ່ນ​​ເລື່ອງ​ທີ່​ຫຼ້າ​ຫຼັງ​ແລ້ວ, ​ແລະຍິ່ງກວ່າ​ນັ້ນ​​ການ​ໃຊ້ບັດ​ເຄ​ຣ​ດິດ​ກໍ​ໜ້ອຍ​ລົງ. ​ທັງ​ນີ້ປະ​ຊາ​ຊົນ​ລ້ວນ​ແຕ່​ຊຳ​ລະ​ທາງ wechat ຫຼື ອາ​ລີ​ເພ. ​ໂດຍຊອ​ຟ​ແວ​ເຫຼົ່າ​ນີ້​ສາ​ມາດ​ຊຳ​ລະ​​ໄດ້​ເກືອບ​ທຸກ​ຢ່າງ. ແນວ​ໃດ​ກໍ​ດີ, ທ່ານ​ລີ​ຊຽນ​ລຸງ​ກໍຊີ້​ໃຫ້​ເຫັນ​ວ່າ, ສິງ​ກະ​ໂປ​ກໍ​ມີ​ວິ​ທີ​ຈ່າຍ​ເງິນ​ແບບ​ເອ​ເລັກ​ໂຕຼນິກ​ເຊັ່ນ​ດຽວ​ກັນ, ແຕ່​ວິ​ທີ​ເຫຼົ່າ​ນີ້​ມີ​​ຫຼາຍ​ເກີນ​ໄປ, ແລະ​ລະ​ບົບ​ເຫຼົ່າ​ນີ້​ກໍ​ບໍ່​ເຊື່ອມ​ໂຍງ​ກັນ. ​ເຊິ່ງ​ຫຼາຍ​ຄົນ​ຕ້ອງ​ຖື​ຫຼາຍ​ບັດ, ນັກ​ທຸ​ລະ​ກິດ​ກໍ​ຕ້ອງ​ຕິດ​ຕັ້ງ​ເຄື່ອງ​ຊຳ​ລະ​ຂອງ​ຫຼາຍ​ບໍ​ລິ​ສັດ, ໂດຍ​ບັນ​ຫາ​ເຫຼົ່ານີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ບໍ່​ສະ​ດວກ, ຍັງ​ໄດ້​ເພີ່ມ​ຕົ້ນ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​​ຕື່ມ​ອີກ.

ທ່ານ​ລີ​ຊຽນ​ລຸງ​ກ່າວ​ຕື່ມ​ວ່າ, ກົມ​ຄວບ​ຄຸມ​ການ​ເງິນ​ປະ​ເທດ​ຕົນ​ໄດ້​ເລີ່ມ​ລົງ​ມື​ເພື່ອ​ປ່ຽນ​ແປງ​ສະ​ພາບ​ປັດ​ຈຸ​ບັນ​, ​ແລະຄິດ​ວ່າ​ໃນ​​ອີກ​ບໍ່​ດົນ​ນີ້, ສິງ​ກະ​ໂປ​ກໍ​ສາ​ມາດ​ຊຳ​ລະ​ດ້ວຍ QR code ໄດ້, ເຊິ່ງມັນ​ສາ​ມາດ​ສ້າງ​ຄວາມສະ​ດວກ ລາ​ຄາ​ຖືກ​ແລະ​ປອດ​ໄພ, ​ທັງ​ບໍ່​ຕ້ອງ​ເສຍ​ເງິນ​ອື່ມ​ໃສ່​ບັດ​ເຄ​ຣ​ດິດ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ