ສະ​ຖານ​ກົງ​ສຸນ​ຈີນ​ປະ​ຈຳເຕນ​ປະ​ຊາ​ອິນ​ໂດ​ເນ​ເຊຍໄດ້​ຕ້ອນ​ຮັບ "ນັກ​ຂ່າວ​ໜຸ່ມນ້ອຍ" ຈາກ​ຈີນ
2017-08-22 16:28:04  cri 
ຫວ່າງ​ມໍ່ໆ​ມາ​ນີ້, ສະ​ຖານ​ກົງ​ສຸນຈີນປະ​ຈຳເຕນ​ປະ​ຊາ​ ປະ​ເທດອິນ​ໂດ​ເນ​ເຊຍ ໄດ້​ຈັດ​ກິດ​ຈະ​ກຳ, ​ຕ້ອນ​ຮັບຄະ​ນະ​ນັກ​ຂ່າວໜຸ່ມ​ນ້ອຍ​ຈຳ​ນ​ວນ​ 24 ຄົນທີ່​ມາ​ຈາກ​ໜັງ​ສື​ພິມ​ຫວັ້ນ​ຊີ​​ລາຍ​ວັນເມືອງ​ລິ້ວ​ອ່ານ​ແຂວງ​ອ່ານ​ຫຸ່ຍ​ຂອງ​ຈີນ, ​ໃນງານ​ມີ​ການ​ວາງ​ສະ​ແດງ​ຮູບ​ຖ່າຍ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​-ອິນ​ໂດ​ເນ​ເຊຍ​ແລະ​ກິດ​ຈະ​ກຳ​ອື່ນໆ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ຖານ​ກົງ​ສຸນ​ດັ່ງ​ກ່າວ.

ທ່ານ​ຫູ​ຢິນ​ສວນ ​ຫົວ​ໜ້າສະ​ຖານ​ກົງ​ສຸນ​ໃຫຍ່ຈີນ​ປະ​ຈຳເຕນ​ປະ​ຊາ​ແລະ​ນັກ​ການ​ທູດ​ທ່ານອື່ນໆ​ໄດ້​​ສົນ​ທະ​ນາແລກ​ປ່ຽນ​ກັບ​ນັກ​ຂ່າວ​​ໜຸ່ມນ້ອຍ​ທັງ​ຫຼາຍ​ຢ່າງ​ສະ​ໜິດ​ສະ​ໜົມ.

ທ່ານ​ຫູ​ຢິນ​ສວນ​ໄດ້​​ກ່າ​ເຖິງ​ສະ​ພາບ​ການ​ພັ​ດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ, ແລະ​ສະ​ພາບ​ການ​ພື້ນ​ຖານ​ຂອງ​ສະ​ຖານ​ກົງ​ສຸ​ນ​ຈີນ​ປະ​ຈຳເຕນ​ປະ​ຊາ​ຕັ້ງ​ແຕ່​ໄລ​ຍະສ້າງ​ຕັ້ງ​ຂຶ້ນ​ມາ​ນີ້. ທ່ານ​ຍັງ​ໄດ້​ກ່າວເຖິງ​ສຳ​ນ​ວນ​ສຸ​ພາ​ສິ​ດ​ຂອງ​ຈີນ​ທີ່​ວ່າ "ອ່ານ​ປຶ້ມ​ໝື່ນ​ເຫຼັ້ມ​ແລະ​ຍ່າງໝື່ນ​ກິ​ໂລ", ​ເມື່ອນັກ​ຂ່າວ​​ໜຸ່ມນ້ອຍ​ທັງ​ຫຼາຍອອກ​ຈາກ​ປະ​ເທດ, ມີ​ໂອ​ກາດ​ແລກ​ປ່ຽນ​ກັບ​ບຸກ​ຄົນ​ຂອງ​ປະ​ເທດ​ຕ່າງໆ​ໂດຍ​ກົງ, ​ໄດ້ຮັບ​ຮູ້​ແລະ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ ປະ​ຫວັດ​ສາດ​ແລະ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ປະ​ເທດ​ແລະ​ຊົນ​ຊາດ​ອື່ນ, ​ມັນ​ຍ່ອມມີ​ຜົນ​ດີ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ເຕີບ​ໃຫຍ່​ຂອງ​ທຸກ​ຄົນໃນ​ອະ​ນາ​ຄົດ. ຫຼັງ​ກັບ​ຄືນ​ສູ່​ປະ​ເທດ​ແລ້ວ, ​ກໍສາ​ມາດ​ແບ່ງ​ປັນ​​ສິ່ງ​ໄດ້​ຮູ້​ໄດ້​ເຫັນແລະ​ປະ​ສົບ​ການ​ຂອງ​ຕົນ​ໃຫ້​ແກ່​ໝູ່​ເພື່ອນ​ຂອງ​ຕົນ, ແລະ​​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສາຍ​ພົ​ວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ