ຈີນ​ຊ່ວຍ​ຂຸດ​​ນ້ຳສ້າງ​ຢູ່ຊົນ​ນະ​ບົດ​ກຳ​ປູ​ເຈຍ
2017-08-22 16:50:51  cri 
ວັນ​ທີ 21 ສິງ​ຫາ​ນີ້, ຊາວ​ບ້ານ​ແຂວງ​ກຳ​ປົງ​ສ​ເປີ​ປະ​ເທດ​ກຳ​ປູ​ເຈຍບອກ​ນັກ​ຂ່າວ​ວ່າ, ຄົນ​ຈີນ​ໄດ້​ມາ​ຂຸດ​ສ້າງໃຫ້​ແລ້ວ, ດີ​ໃຈຫຼາຍ ແລະຕໍ່​ໄປ​​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຊື້​ນ້ຳ​ມາ​ບໍ​ລິ​ໂພກ​ອີກ​ແລ້ວ.

ເຈົ້າ​ໜ້າ​ທີ່​ກົມ​ສະ​ໜອງ​ນ້ຳ​ກະ​ຊວງ​ພັດ​ທະ​ນາ​ຊົນ​ນະ​ບົດ​ກຳ​ປູ​ເຈຍ​ເປີດ​ເຜີຍ​ວ່າ, ປະ​ຊາ​ຊົນ​ຢູ່​ຊົນ​ນະ​ບົດ​​ໃນ​ປະ​ເທດ​ຕົນ 50% ຍັງ​ຂາດ​ນ້ຳ​ບໍ​ລິ​ໂພກ ແລະ​ດ້ວຍ​ຄວາມ​ເປັນ​ຈິງ​ຄື​ດັ່ງ​ກ່າວ, ເດືອນ​ກັນ​ຍາ​ປີ 2016, ກະ​ຊວງ​ພັດ​ທະ​ນາ​ຊົນ​ນະ​ບົດ​ກຳ​ປູ​ເຈຍ​ໄດ້​ສະ​ເໜີ​​ຕໍ່ກະ​ຊວງ​ການ​ຄ້າ​ຈີນໃຫ້​ຂຸດນ້ຳ​ສ້າງ​ 6423 ​ໜ໋ວຍ, ​ອ່າງ​ນ້ຳ​ທຳ​ມະ​ດາ 550 ແຫ່ງ ແລະ​ອ່າງ​ນ້ຳ​ປ້ອງ​ກັນ 100 ແຫ່ງ​ໃຫ້​ເຂດ​ຊົນ​ນະ​ບົດ​ 19 ແຂວງ​​ໃນປະ​ເທດ​ຕົນ ແລະ​ແບ່ງ​ເປັນ 3 ໄລ​ຍະ​ປະ​ຕິ​ບັດ​ໃນ​ເວ​ລາ 3 ປີ.

ທ່ານ​ເສິນ​ຈ້ຽນ​ສ່າງ ອຳ​ນວຍ​ການ​ໃຫຍ່​ໂຄງ​ການ​ໄລ​ຍະ​ທຳ​ອິດ​ຂອງ​ບໍ​ລິ​ສັດ CNNC ຂອງ​ຈີນ​ທີ່​ຮັບ​ຜິດ​ຊອບ​ໂຄງ​ການ​ດັ່ງ​ກ່າວ​ເປີດ​ເຜີຍ​ວ່າ, ໄດ້​ເລີ່ມ​ໂຄງ​ການ​ດັ່ງ​ກ່າວ​ຢູ່ 6 ແຂວງ​ຂອງ​ປະ​ເທດ​​ກຳ​ປູ​ເຈຍ​ພ້ອມ​ກັນ ແລະ​ປັດ​ຈຸ​ບັນ, ນ້ຳສ້າງ 95 ໜ່ວຍ​ມີ​ນ້ຳ​ແລ້ວ ແລະຄາດ​ວ່າ​ປີ​ນີ້​​ຈະ​ໃຫ້ສຳ​ເລັດ 846 ໜ່ວຍ ​ເຊິ່ງ​ຈະ​ເຮັດ​ໃຫ້​ຊາວ​ຊົນ​ນະ​ບົດ​ກຳ​ປູ​ເຈຍ​ເກືອບ 5 ໝື່ນ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ