ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ​ເຂົ້າ​ຮ່ວມ​​ຊອກ​ຫາ​ທະ​ຫານ​ເຮືອ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ
2017-08-22 16:11:42  cri 
    ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ ຕ່າງ​ກໍ​​ກ່າວ​ໃນ​ວັນ​ທີ 21 ສິງ​ຫານີ້​ວ່າ, ໄດ້​ສົ່ງ​ກຳ​ລັງ​​ເຂົ້າ​ຮ່ວມ​ຊອກ​ຄົ້ນ​ທະ​ຫານ​ເຮືອ​ປະ​ຈຳ​ກຳ​ປັ່ນ​ຂັບ​ໄລ່​ຂີ​ປະ​ນາ​ວຸດ "ຈອນ ແມັກ​ແຄ​ອິນ" ຂອງກອງ​ທັບ​ເຮືອອາ​ເມ​ລິ​ກາ.

    ລັດ​ຖະ​ບານ​ສິງ​ກະ​ໂປ​​ໄດ້ອອກ​ແຈ້ງ​ການ​ໃນ​ມື້​ດັ່ງ​ກ່າວ​ວ່າ, ປະ​ເທດ​ຕົນ​ກຳ​ລັງ​​ຊ່ວຍ​ເຫຼືອ ໂດຍກອງ​ທັບ​ອາ​ກາດ​ໄດ້​ສົ່ງ​ເຮ​ລີ​ກົບ​ແຕ​ຂົນ​ສົ່ງ​ຜູ້​ບາດ​ເຈັບ​ໃນ​ກຳ​ປັ່ນ​ອາ​ເມ​ລິ​ກາ​ໄປ​ປິ່ນ​ປົວ​ຢູ່​ສິງ​ກະ​ໂປ, ຂະ​ນະ​ທີ່​ອົງ​ການ​ທ່າ​ກຳ​ປັ່ນ​ກໍ​ໄດ້​ສົ່ງ​ກຳ​ປັ່ນ 3 ລຳ, ​ກອງ​ທັບ​ເຮືອແລະ​ກອງ​ຕຳຫຼວດ​ປ້ອງ​ກັນ​ຊາຍ​ຝັ່ງ​ທະ​ເລ ໄດ້​ສົ່ງ​ກຳ​ປັ່ນ 4 ລຳ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອແລ້ວ.

    ​ເຈົ້າ​ໜ້າ​ທີ່ກອງ​ກຳ​ປັ່ນ​ທີ 7 ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້​ຖະ​ແຫຼງ​ໃນ​ມື້​ດັ່ງ​ກ່າວ​ວ່າ, ຫຼັງກຳ​ປັ່ນ​ຂັບ​ໄລ່​ຂີ​ປະ​ນາ​ວຸດ "ຈອນ ແມັກ​ແຄ​ອິນ" ​ຕຳ​​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ລຳ​ໜຶ່ງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ສິງ​ກະ​ໂປ​ໃນ​ຕອນ​ເຊົ້າ​ມື້ດຽວ​ກັນ ໄດ້ເຮັ​ດ​ໃຫ້​ທະ​ຫານ​ເຮືອ​ຫາຍ​ສາບ​ສູນ 10 ຄົນ​ແລະ​ບາດ​ເຈັບ 5 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ