ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ຂ​ອນ​ແກ່ນ​ໄທ​ສ້າງ​ຕັ້ງ "​ເຮືອນ​ຄົວ​ຈີນ"
2017-08-22 16:13:54  cri 
    ຂົ້ວ​​ໝູສາມ​ຊັ້ນ​ທີ່​ຕົ້ມ​ແລ້ວ, ຈືນ​ໝາກ​ໂປມ​ເຄືອບ​ນ້ຳ​ຕານ, ຂົ້ວ​ປາ​ມຶກ​ໝາກ​ເຜັດ​ດອງ…ໃນ "​ເຮືອນ​ຄົວ​ຈີນ" ຂອງ​ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ຂອນ​ແກ່ນ​ໄທ ໂດຍອາ​ຫານ​ຈີນ 100% ​ເຫຼົ່າ​ນີ້​ໄດ້​ຖືກປຸງ​ແຕ່ງ​ຄາ​ທີ່​ແລະ​​ບໍ​ລິ​ການແຂກ ເພື່ອ​ໃຫ້​ຄົນ​ໄທ​ສາ​ມາດ​​ຊີມ "ສະ​ຖາ​ບັນ​ຂົງ​ຈື້ຢູ່​ປາຍ​ລີ້ນ" ໄດ້.

    ຕອນ​ເຊົ້າ​ວັນ​ທີ 21 ສິງ​ຫານີ້, ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ຂອນ​ແກ່ນ ໄດ້​ຈັດ​ພິ​ທີ​ເປີດ "ເຮືອນຄົວ​ຈີນ" ແລະເທດ​ສະ​ການ​ວັດ​ທະ​ນະ​ທຳ​ອາ​ຫານ​ຈີນ "ຊື​ຊວນ​ຊື​ເໝີຍ" ຫຼື​ອາ​ຫານ​ຄົບ​ໝູ່ແລະ​ແຊບ ຄັ້ງ​ທຳ​ອິດ ເຊິ່ງ​ໃນ​ງານ​ຄັ້ງ​ນີ້ ໄດ້​ສາຍວິ​ດີ​ໂອ​ແລະ​​ວາງ​ສະ​ແດງ​ຮູບພາບ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ອາ​ຫານ, ການ​ສຳ​ຜັດ​ການ​ປຸງ​ແຕ່ງ​ອາ​ຫານ​ຈີນ, ການ​​ຊີມ​ອາ​ຫານ​ຈີນ ແລະ​ອື່ນໆ ເພື່ອ​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ສາ​ມາດ​ສຳ​ຜັດ​ກັບ​ອາ​ຫານ​ຈີນ​ຢ່າງ​​ທົ່ວ​ເຖິງ ແລະ​ຮູ້​ສຶກ​ເຖິງ​ສະ​ເໜ່​ວັດ​ທະ​ນະ​ທຳ​ຈີນ. ໃນ​ນັ້ນ, ຢູ່​ຮ້ານ​​ປຸງ​ແຕ່ງ​ອາ​ຫານ​ຈີນ ລ້ວນ​ແຕ່​ມີ​ນັກ​ວິ​ຊາ​ການ​​ຈີນ​ແລະ​ໄທ​ມາ​ແນະ​ນຳແລະ​ອະ​ທິ​ບາຍ​ຄາ​ທີ່.

    ທ່ານ​ນາງ ຮູ​ລິນ ຫົວ​ໜ້າ ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ຂ້ອນ​ແກ່ນ​ຝ່າຍ​ຈີນໃຫ້​ຮູ້​ວ່າ, ຫວັງ​ວ່າ​ກິດ​ຈະ​ກຳ​ເທື່ອນີ້ ຈະ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຮຽນ​ພາ​ສາ​ຈີນ​ຕໍ່​ວັດ​ທະ​ນະ​ທຳ​ຈີນ ເພື່ອ​ພະ​ຍາ​ຍາມ​ຮຽນ​ພາ​ສາ​ຈີນ​ໃຫ້​ດີ ແລະ​ຊຸກ​ຍູ້​ມິດ​ຕະ​ພາບ​ຈີນ-ໄທ​ໃຫ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ