ສ້າງ​ຕັ້ງ​ສະ​ພາ​ການ​ຄ້າ​ໃຫຍ່ຊົວ​​ເຖົາ​ແຕ້​ຈິວ​ຟິ​ລິບ​ປິນ
2017-08-22 16:15:49  cri 
    ສະ​ພາ​ການ​ຄ້າ​ໃຫຍ່ຊົວ​​ເຖົາ​ແຕ້​ຈິວ​ຟິ​ລິບ​ປິນ ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນຫຼວງ​​ມະ​ນີ​ລາ ປະ​ເທດ​ຟິ​ລິບ​ປິນ​ໃນ​ວັນ​ທີ 20 ສິງ​ຫານີ້ ໂດຍ​ທ່ານ ເຊີນ​ເຊີ້ນ​ຊິ່ວ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ໄໝ​ທຳ​ອິດ, ຂະ​ນະ​ທີ່​ທ່ານ ໂລ​ກ່າງ ທີ່​ປຶກ​ສາ ທັງ​ເປັນກົງ​ສຸນ​ໃຫຍ່ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຟິ​ລິບ​ປິນ​ໄດ້​ເຂົ້າ​ຮ່ວມ. ນອກນີ້, ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກໍໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ.

    ແຂກ​ທີ່​ເຂົ້າ​ຮ່ວມຕ່າງ​ກໍ​ກ່າວ​ວ່າ, ການ​ສ້າງ​ຕັ້ງ​ສະ​ພາ​ການ​ຄ້າ​ໃຫຍ່​ຊົວ​​ເຖົາ​ແຕ້​ຈິວ​ຟິ​ລິບ​ປິນ ເປັນ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ສະ​ຖານ​ທີ່​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ສຳ​ລັບ​ຊາວ​ຊົວ​​ເຖົາ​ແ​ຕ້ຈິວ​ທີ່​ຢູ່​ຟິ​ລິບ​ປິນ ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ເພີ່​ມ​ທະ​ວີ​ຄວາມສາ​ມັກ​ຄີ ​ແລະ​ສະ​ແຫວງ​ຫານ​ການ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ. ຂະ​ນະ​ດຽວ​ກັນ, ຍັງ​ຈະ​ກາຍເປັນ​ຂົວ​ໃຫ້​ແກ່​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ຟິ​ລິບ​ປິນ, ຊຸກ​ຍູ້​ມິດ​ຕະ​ພາບ​ສອງ​ຊາດ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໃສ ແລະ​ບັນ​ທຶກ​ປຶ້ມ​ປະ​ຫວັດ​ສາດ​ໜ້າ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

    ຂ່າວ​ແຈ້ງວ່າ, ສະ​ພາ​ການ​ຄ້າ​ໃຫຍ່​ດັ່ງ​ກ່າວ​ກັບ​ສະ​ພາ​ການ​ຄ້າ​ຊົວ​​ເຖົາ​ແ​ຕ້​ຈິວ​ແຂວງ​ໄຫຫຼຳ ໄດ້​​ແຮກ​ສ່ຽວກັນ ແລະ​ຈະ​ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ຊົວ​​ເຖົາ​ແຕ້​ຈິວ​ສາ​ກົນ​ຄັ້ງ​ທີ 8 ຢູ່​ໄຫຫຼຳ​ໃນ​ເດືອນ​ທັນ​ວາ​ປີນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ