ຈີນ​ຈະ​ສ້າງ​ສະ​ຖາ​ນີ​ລົດ​ໄຟ​​ຄວາມ​ໄວ​ສູງ​ທີ່​ເລິກ​ທີ່​ສຸດ​ໃນ​ໂລກ​ຢູ່​ກຳ​ແພງ​ຍັກ
2017-08-22 16:31:56  cri 
    ຈີນ​ກຳ​ລັງ​ສ້າງ​ສະ​ຖາ​ນີ​ລົດ​ໄຟຄວາມ​ໄວ​ສູງ​ຢູ່​ໃຕ້​ດິນທີ່​ເລິກ 102 ແມັດ​ຂອງ​ເຂດ​ໃຈ​ກາງ​ກຳ​ແພງ​ຍັກ​ຕອນ​ປ່າ​ຕາຫຼິງ​ແລະ​ທາງ​ລົດ​ໄຟ​ເກົ່າ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂ​ຢ່າງ​ເປັນ​ລະ​ບົບ​ແລະ​ຄາດ​ວ່າ, ສະ​ຖາ​ນີ​ດັ່ງ​ກ່າວ​ຈະ​ເປີດ​ບໍ​ລິ​ການ​ໃນ​ປີ 2019.

    ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ໃຫ້​ຮູ້​ວ່າ, ​ນັບ​ແຕ່​ການ​ອອກ​ແບບ​​ເຖິງ​ການກໍ່​ສ້າງ, ສະ​ຖາ​ນີ​ກຳ​ແພງ​ຍັກ​ຂອງ​ທາງລົດ​ໄຟ​ຄວາມ​ໄວ​ສູງປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂ ລ້ວນ​ແຕ່​ໄດ້​ນຳ​ໃຊ້​ທັດ​ສະ​ນະ​ຄະ​ຕິ​ແລະ​ເຕັກ​ນິກ​​ໃໝ່​ສຸດ. ທັງ​ນີ້ ສະ​ຖາ​ນີ​ດັ່ງ​ກ່າວ​ເປັນ​ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ເລິກ​ທີ່​ສຸດ​ໃນ​ໂລກ ໂດຍ​ຈະ​ໄດ້​ເຊື່ອມ​ຕໍ່​ນະ​ຄອນ​ຫຼວງປັກ​ກິ່ງແລະ​ເມືອງ​ຈ່າງ​ເຈ່ຍ​ໂຂ. ຂະ​ນະ​ດຽວ​ກັນ ມັນ​ບໍ່​ພຽງ​ແຕ່​ແມ່ນໜຶ່ງ​ໃນ​ສິ່ງກໍ່​ສ້າງ​ຄົມ​ມະ​ນ​າ​ຄົມ​ທີ່​ສຳ​ຄັນ​ທີ່​ສຸດ​ກຽມ​ໃຫ້​ແກ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2020 ເທົ່າ​ນັ້ນ, ຍັງ​ແມ່ນ​ສ່ວນ​ປະ​ກອບ​ສຳ​ຄັນ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ເປົ່າ​ໂທ-ລານ​ໂຈ່ວ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ