4 ປະ​ເທດ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 61
2017-08-23 14:26:48  cri 
ການ​ຮ່ວມ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງ​ທີ 61 ລະຫວ່າງ​ຈີນ-​ລາວ-​ມຽນມາ-​ໄທ ​ໄດ້​ຈັດ​ຂຶ້ນຢູ່​ທ່າ​ກຳ​ປັ່ນ​ກວນ​ເຫຼີຍກິ່ງ​ແຂວງ​​ສິບສອງ​ພັ່ນ​ນາ​ແຂວງ​ຢູນນານ​ສປຈີນ​ໃນ​ຕອນ​ເຊົ້າວັນ​ທີ 22 ສິງ​ຫາ​ນີ້, ແລະ​ຈະ​ໃຊ້ເວ​ລາ 4 ວັນ.

ກ່ອນ​ຈັດ​​ຕັ້ງການ​ລາດ​ຕະ​ເວນ​ເທື່ອ​ນີ້, 4 ປະ​ເທດ​ໄດ້​ຈັດ​ກອງ​ປະ​ຊຸມ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສາ​ນ​ຢູ່​ເມືອງ​ຊຽງ​​ຮຸ່ງ​ແຂວງ​ຢຸນ​ນານ​ຈີນ, ​ເພື່ອວິ​ເຄາະ​​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ​ຂອງ​ເຂດ​ ​ແມ່​ນ້ຳ​ຂອງ​ໃນ​ໄລ​ຍະ​ຜ່ານ​ມາ. ​ຂະ​ນະ​ດຽວ​ກັນໜ່ວຍ​ລາ​ຕະ​ເວນ​​ຮ່ວມ​ຍັງ​ຈະ​​ໄດ້​ກວດ​ກາ​ທາງ​ບົກ​ແລະ​ທາງ​ນ້ຳຢ່າງ​ເປີດ​ເຜີຍ, ການ​ຝຶກ​ຊ້ອມ​ປະ​ສົມ​ທາງ​ນ້ຳ, ໂຄ​ສະ​ນາ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແລະ​ອື່ນໆ​ຢູ່​ເຂດນ້ຳ​ສຳ​ຄັນ​ເຊັ່ນ​ສາມ​ຫຼ່ຽມ​ຄຳ​ແລະ​ອື່ນໆ, ເພື່ອສະ​ກັດ​ກັ້ນ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ຢູ່​ເຂດ​​ແມ່​ນ້ຳ​ຂອງ​ເຊັ່ນ: ການ​ກະທຳ​ຜິດ​ທີ່​ອາດ​ຈະ​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ, ການ​ຄ້າຂາຍ​ເຖື່ອນ, ຄ້າຂາຍ​ຢາ​ເສບ​ຕິດ, ຄ້າຂາຍອາວຸດແລະ​ອື່ນໆ. ​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ