ທ່ານ​ຈ່າງ​ເຕີ​ຈ່ຽງ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອິນ​ໂດ​ເນ​ເຊຍ
2017-08-23 14:36:14  cri 
ວັນ​ທີ 22 ສິງ​ຫາ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ຈ່າງ​ເຕີ​ຈ່ຽງ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​​ພົບ​ປະ​ກັບ​ທ່ານ​ວິ​ຣັນ​ໂຕ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເມືອງ ກົດ​ໝາຍ​ແລະ​ວຽກ​ງານ​ຄວາມ​ປອດ​ໄພ​ອິນ​ໂດ​ເນ​ເ​ຊຍ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຂັ້ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ອິນ​ໂດ​ເນ​ເຊຍຄັ້ງ​ທີ 6​ ແລະ​ທ່ານ​ດາ​ມິນ ​ນາ​ຊູ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງວາງ​ແຜນ​ເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ​ທີ່​ເດີນ​ທາງ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ເສດ​ຖະ​ກິດ​​ຂັ້ນ​ສູງ​ຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທີ 3 ທີ່​ຈັດ​ຂຶ້ນ​ຢູ່ ສ​ປ ຈີນ.

ທ່ານ​ຈ່າງ​ເຕີ​ຈ່ຽງ​ກ່າວ​ວ່າ, ປັດ​ຈຸ​ບັນ, ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ມີ​ທ່າ​ອຽງ​ຂະ​ຫຍາຍ​​ຕົວເປັນ​ຢ່າງ​ດີ. ​ຂະ​ນະ​ທີ່​ຫຼາຍ​ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກໍ​ໄດ້​ພົບ​ປະ​ກັນ​ຫຼາຍ​ເທື່ອ​ແລະ​ໄດ້ເປັນ​ເອ​ກະ​ພາບ​​ໃນ​ບັນ​ຫາ​ທີ່​​ສຳ​ຄັນຕ່າງໆ, ​ທັງໄດ້​ຊີ້​ທິດ​ໃຫ້​ແກ່​ການ​ສົ່ງ​ເສີມ​ສາຍ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ດ້ວຍ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ຈີນ​ພ້ອມ​ຮ່ວມ​ກັບ​ອິນ​ໂດ​ເນ​ເຊຍ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ໂດຍ​ການເຮັດ​ໃຫ້​ການ​ໄປ​ມາ​ຫາ​ສູ່​ກັນ​​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ໃກ້​ຊິດກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ຍຸ​ດ​ທະ​ສາດ​ພັດ​ທະ​ນາ, ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ປັບ​ປຸງ​ພື້ນ​ຖານ​ມິດ​ຕະ​ພາບ​ທາງ​ສັງ​ຄົມ​ໃຫ້​ສົມ​ບູນ, ຊຸກ​ຍູ້​ສາຍ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ. ​ພ້ອມ​ນີ້, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກໍຍິນ​ດີ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ອິນ​ໂດ​ເນ​ເຊຍ, ​ດ້ວຍ​ການສ້າງ​ສະ​ພາບ​ແວດ​ລ້ອມ​ການ​ຮ່ວມ​ມື​​ດ້ານ​ກົດ​ໝາຍ​ແລະ​ລະ​ບຽບ​, ການ​ລວມ​ທັງ​ປັບ​ປຸງ​ແລະ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ວິ​ຣັນ​ໂຕ​ແລະ​ທ່ານ​ດາ​ມິນ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ເອົາ​ໃຈ​ໃສ່​ໃນ​ສູງ​ຕໍ່​ສາຍ​ພົ​ວ​ພັນ​ກັບ​ຈີນ, ຖື​ສຳ​ຄັນ​ຕໍ່​ອິດ​ທິ​ພົນ​ສຳ​ຄັນ​ຂອງ​ຈີນ​ຕໍ່​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ, ​ທັງຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ​ແລະ​ເສດ​ຖະ​ກິດ, ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດໃຫ້​ກ້າວໜ້າ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ