​ກອງ​ປະ​ຊຸມສົນ​ທະ​ນາ​ເສດ​ຖະ​ກິດ​ຂັ້ນ​ສູງ​ຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທີ 3 ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ
2017-08-23 10:52:15  cri 
ກອງ​ປະ​ຊຸມ​ສົນ​ທະ​ນາ​ເສດ​ຖະ​ກິດ​ຂັ້ນ​ສູງ​ຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 22 ສິງ​ຫາ​ນີ້ ໂດຍ​ທ່ານ​ຢ໋າງ​ເ​ຈສື ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ແລະ​ທ່ານ​ດາ​ມິນ ນາ​ຊູ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງວາງ​ແຜນ​ເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ​ເປັນ​ປະ​ທານ​ຮ່ວມ ເຊິ່ງກອ​ງ​ປະ​ຊຸມດັ່ງ​ກ່າວ​ເນັ້ນ​ຜັນ​ຂະ​ຫຍາຍ​ຄວາມ​ເ​ປັນ​ເອ​ກະ​ພາບ​​ຂອງປະ​ມຸກ​ລັດ​ສອງ​ປະ​ເທດ​ ທັງລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ໃນ​ທຸກ​ຂົງ​ເຂດ​ໃຫ້​ຂະ​ຫຍາຍ​ຕົວ.

ທ່ານ​ຢ໋າງ​ເຈ​ສື​ກ່າວ​ວ່າ, ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ມີ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ເຊິ່ງສອງ​ຝ່າຍ​ຄວນ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ຊຸກ​ຍູ້​ການ​ຄ້າ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​​ແຂງ​ແຮງ​ແລະ​ຕໍ່​ເນື່ອງ, ເປີ​ດກວ້າງ​ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ​ຕື່ມ​ອີກ, ເປີດກວ້າງ​ການ​ຮ່ວມ​ມື​ຢ່າງ​ຮອ​ບ​ດ້ານ​ ທັງໃນ​ຂົງ​ເຂດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ, ​ທະ​ນາ​ຄານ, ພະ​ລັງ​ງານ​ແລະ​ອື່ນໆ, ສະ​ໜັບ​ສະ​ໜູນ​ການ​ສ້າງ "ແລ​ວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ, ພາກ​ເໜືອ​ແລະ​​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ອິນ​ໂດ​ເນ​ເຊຍ", ຄົ້ນ​ຄວ້າ​ໂອ​ກາດ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ຈະ​ເລີນ​ໃໝ່ ເຊັ່ນ: ທຸ​ລະ​ກິດ​ເອ​ເລັກ​ໂຕຣນິກ ເປັນ​ຕົ້ນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ດາ​ມິນ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ ລົງ​ເລິກ​ຂຸດ​ຄົ້ນ​ຄວາມ​ອາດສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຊື່ອມ​ຈອດ​ກັນ, ການ​ຄ້າ​ແລະ​ການ​ລົງ​ທຶນ, ​ທະ​ນາ​ຄານ, ພະ​ລັງ​ງານ, ທຸ​ລະ​ກິດ​ເອ​ເລັກ​ໂຕຣນິກ ແລະ​ອື່ນໆ​ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດໃຫ້​ສູງກວ່າ​ເກົ່າ​ແລະ​ກວ້າງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ