ດ່ານ​ພາ​ສີເຂດກວາງ​ຊີ​​ທຳ​ລາຍ​ຢາ​ສູບ​ເຖື່ອນ 1 ແສນກວ່າ​ຕຸດ
2017-08-23 11:06:24  cri 
​ວັນ​ທີ 22 ສິງ​ຫາ​ນີ້, ດ່ານ​ພາ​ສີ​ເມືອງ​ໜານ​ໜິງ​ເຂດກວາງ​ຊີ​ໄດ້​ທຳ​ລາຍ​ຢາ​ສູບ​​ເຖື່ອນ 1 ແສນ 2 ໝື່ນກວ່າ​ຕຸດ ໂດຍ​ມີ​ມູນ​ຄ່າ 15 ລ້ານຢວນຫຼັງ​ຍຶດ​ໄດ້​ຢູ່​ຊາຍ​ແດນ​ຈີນ​ຫວຽດ​ນາມ.

ເຈົ້າ​ໜ້າ​ທີ່​ດ່ານ​ພາ​ສີ​ໜານ​ໜິງ​ເປີດ​ເຜີຍ​ວ່າ, ຢາ​ສູບ​ທີ່​ຖືກ​ທຳ​ລາຍ​ເທື່ອ​ນີ້​ເປັນ​ຢາ​ສູບ​ເຖື່ອນ​ທີ່​ດ່ານ​ພາ​ສີ​ຕົນ​ຍຶດ​ໄດ້​ໃນ​​ໄລ​ຍະ​ສອງ​ປີຜ່ານ​ມາ. ເນື່ອງ​ຈາກວ່າ​ຢາ​ສູບ​ເຖື່ອນ​ມີ​ກຳ​ໄລ່ດີ, ຜູ້​ກະ​ທຳ​ຜິດ​ຈະ​ນຳ​ໃຊ້​ລົດ​ຂົນ​ສົ່ງ​ນ້ອຍ​ຂົນ​ສົ່ງ​ຢາ​ສູບ​ເຖື່ອນ​ຈາກ​ຫວຽດ​ນາມ​ເຂົ້າ​ມາ​ຈີນ ແລ້ວ​ສົ່ງ​ໄປ​ຂາຍ​ຕໍ່​ຢູ່​ແຂວງ​ຕ່າງໆ ເຊິ່ງ​ການ​ລັກ​ນຳ​ເຂົ້າ​ຢາ​ສູບ​ເຖື່ອນ​ດັ່ງ​ກ່າວ ບໍ່​ພຽງ​ແຕ່​ຈະ​ກະ​ທົບ​ເຖິງ​ຕະຫຼາດ​ຢາ​ສູບ​ຈີນ​ເທົ່າ​ນັ້ນ, ​ຍັງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສຸ​ຂະ​ພາບ​ຂອງ​ຜູ້​ສູບ ເນື່ອງ​ຈາກ ຢາ​ສູບ​ເຖື່ອນ​ບໍ່​ມີ​​ຄຸນ​ນະ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ