ໄທ​ອະ​ນຸ​ມັດ​ສັນ​ຍາ​ອອກ​ແບບ​ທາງ​ລົດ​ໄຟ​ໄທ-ຈີນ
2017-08-23 16:19:17  cri 
    ວັນ​ທີ 22 ສິງ​ຫານີ້, ລັດ​ຖະ​ບານ​ໄທ​ໄດ້​ອະ​ນຸ​ມັດ​ສັນ​ຍາ​ອອກ​ແບບ​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ໄທ-ຈີນ​ໄລ​ຍະ​ 1 ຄື​ຕອນ​ແຕ່​ນະ​ຄອນຫຼວງ​ບາງ​ກອກ​ຫາ​ນະ​ຄອນ​ຣາ​ຊະ​ສີ​ມາ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​​ສອງ​ຝ່າຍ​​ລົງ​ນາມໂດຍ​ໄວ.

    ທ່ານ ກອບ​ສັກ ພູ​ຕະ​ກຸນ ຮອງ​ລັດ​ຖະ​ມົນ​ຕີ​ປະ​ຈຳສຳ​ນັກ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ໄດ້​ກ່າວ​ໃນ​ງານ​ຖະ​ແຫຼງ​ຂ່າວຫຼັງ​ກອງ​ປ​ະ​ຊຸມຄະ​ນະ​ລັດ​ຖະ​ບານ​ສັນ​ຈອນ​ຢູ່​​ນະ​ຄອນ​ຣາ​ຊະ​ສີ​ມາ​ວ່າ, ຄ່າ​ອອກ​ແບບ​ໂຄງ​ການ​ໄລ​ຍະ 1 ມີ​ມູນ​ຄ່າ​ປະ​ມານ 1 ຕື້ 700 ລ້ານ​ບາດນັ້ນ, ລັດ​ຖະ​ບານ​ຈະ​ຈ້າງວິ​ສາ​ຫະ​ກິດ​ຈີນ​​ອອກ​ແບບ​ຕອນ​ເປັນ​ຂົວ, ຕອນ​ຕາມ​ພື້ນ​ດິນ, ອຸ​ໂມງ ແລະ​ສິ່ງກໍ່​ສ້າງ​ຕ່າງໆ​ຂອງ​ໂຄງ​ການ​ດັ່າງ​ກ່າວ ພ້ອມ​ທັງ​ເຮັດ​​ສັນ​ຍາ​ຕິດ​ຕາມກວດ​ກາ ແລະ​ສັນ​ຍາ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ກັບ​ລາງ​ລົດໄຟ, ພະ​ລັງ​ງານ​ໄຟ​ຟ້າ, ຕູ້​ລົດ​ໄຟ ແລະ​ການ​ຍົກ​ລະ​ດັບ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຕົ້ນ ແລະ​ຈະ​ສ້າງ​ຕັ້ງ​ອົງ​ການ​​ສະເພາະ​ເພື່ອ​ເລັ່ງ​​ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ຕາມ​ແຜນ​ການ.

    ນອກນີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ ໄດ້​ອອກ​ແຈ້ງ​ການ​ກ່ອນ​ໜ້ານີ້​ບໍ່​ດົນ​ວ່າ, ຈີນ​ແລະ​ໄທ​ໄດ້​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ອອກ​ແບບ​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ໄລ​ຍະ 1 ແລ້ວ ແລະປັດ​ຈຸ​ບັນ, ພວມ​​ຂຸ້ນຂ້ຽວເຮັດ​ວຽກກະ​ກຽມ​ເຊັນ​ສັນ​ຍາ​ໃນ​ຕົ້ນ​ເດືອນ​ກັນ​ຍາ ແລະ​ຄາດ​ວ່າ​ຈະ​ລົງ​ມື​ປະ​ຕິ​ບັ​ດ​ໂຄງ​ການ​ໃນ​ເດືອນ​ຕຸ​ລາ​ປີນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ