ງານ​ສິ​ລະ​ປະ​ອາ​ຊີ​ຄັ້ງ​ທີ 15 ຈະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2017-08-23 16:36:38  cri 
    ງານ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ຈັດງານ​ສິ​ລະ​ປະ​ອາ​ຊີ​ຄັ້ງ​ທີ 15 ທີ່ກະ​ຊວງວັດ​ທະ​ນະ​ທຳ​ຈີນ​ແລະ​ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ແຂວງ​ເຈີ້​ຈ່ຽງ​ຈະ​ຮ່ວມ​ກັນ​ຈັດນັ້ນ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 22 ສິງ​ຫານີ້ ໂດຍ​ທ່ານ ເຊ້​ຈິ່ນ​ຢິ່ງ ຫົວ​ໜ້າ​ກົມ​ພົວ​ພັນ​ກັບ​ຕ່າງ​ປ​ະ​ເທດ​ກະ​ຊວງວັດ​ທະ​ນະ​ທຳ​ຈີນ ​ກ່າວ​ວ່າ, ງານ​​ດັ່​ງ​ກ່າວຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນິງ​ໂປ່​ແຂວງ​ເຈີ້​ຈ່ຽງ​ແຕ່​ວັນ​ທີ 23 ກັນ​ຍາ​ຫາ​ວັນ​ທີ 23 ຕຸ​ລາ​ປີນີ້.

    ທ່ານ ເຊ້​ຈິ່ນ​ຢິ່ງ ກ່າວ​ຕື່ມ​ວ່າ, ງານ​ສິ​ລະ​ປະ​ໃນ​ຫົວ​ຂໍ້​ "ທ່າ​ກຳ​ປັ່ນ​ເກົ່າ​ຂອງ​ເສັ້ນ​ທາງ​ສາຍ​ໄໝ​ທ​າງ​ທະ​ເລ, ຄວາມ​ໃຝ່​ຝັນ​ໃໝ່​ຂອງ​ອາ​ຊີ" ນີ້ ປະ​ກອບ​ມີ​ກິດ​ຈະ​ກຳ 10 ກວ່າ​ລາຍ​ການ​ໃນ 4 ພາກ ​ຄື: ພິ​ທີ​ໄຂ, ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ການ​ສະ​ແດງ ແລະ​ສິ​ລະ​ປະແຫ່ງ​ຄວາມ​ຮູ້​ສຶກ​ທາງ​ສາຍ​ຕາຫຼື​ຈັກ​ຂຸ​ວິນ​ຍານ. ນອກນີ້, ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ​ກໍຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກັນ​ຍາ ໂດຍ​ຈະ​ເຊີນ​ລັ​ດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ຂອງ 5 ປະ​ເທດ​ແມ່​ນ້ຳ​ຂອງ​ຄື: ລາວ, ກຳ​ປູ​ເຈຍ, ມຽນ​ມາ, ໄທ​ແລະ​ຫວຽດ​ນາມ ພ້ອມ​ດ້ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ຈີນ​ເຂົ້​າ​ຮ່ວມ ເພື່ອສຶກ​ສາ​ຄົ້ນ​ຄວາ​ແລະ​ວາງ​ແຜນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ​ໃນ​ອະ​ນຸ​ພາກ​ພື້ນ ແລະ​ສ້າງ​ພື້ນ​ຖານ​ດ້ານ​ວັດ​ທະ​ນະ​ທຳ​ສັງ​ຄົມ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ໃຫ້​​ໜັກ​ແໜ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ