ຈີນ-ອາ​ຊຽນ​ຈະ​ຊ້ອມ​ຮົບ​ການ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ທາງ​ທະ​ເລ​ຢູ່​ເມືອງ​ຈ້ານ​ຈ່ຽງ​ແຂວງກວາງ​ຕຸ້ງ
2017-08-24 16:23:31  cri 
ກອງ​ປະ​ຊຸມ​ປະ​ສານ​ງານ "ການ​ຊ້ອມ​ຮົບ​ຕົວ​ຈິງ​ກ່ຽວ​ກັບ​ການ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ເທິງ​ທະ​ເລ​ລະ​ຫວ່າງ​ຈີນ-​ອາ​ຊຽນ"ຄັ້ງ​ທີ 2 ເຫັນ​ພ້ອມ​ໃນ​ວັນ​ທີ 23 ສິງ​ຫາ​ນີ້​ວ່າ: ການ​ຊ້ອມ​ຮົບ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຈ້ານ​ຈ່ຽງ​ແຂວງກວາງ​ຕຸ້ງ​ຂອງ​ຈີນ​ໃນ​ຕົ້ນ​ເດືອນ​ຕຸ​ລາ​ປີ​ນີ້.

ກອງ​ປະ​ຊຸມ​ປະ​ສານ​ງານ "ການ​ຊ້ອມ​ຮົບ​ຕົວ​ຈິງ​ກ່ຽວ​ກັບ​ການ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ເທິງ​ທະ​ເລ​ລະ​ຫວ່າງ​ຈີນ-ອາ​ຊຽນ"ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຈ້ານ​ຈ່ຽງ​ແຂວງ​ກວາງ​ຕຸ້ງ​​ໃນ​ວັນ​ທີ 22 ຫາ​ວັນ​ທີ 23 ສິງ​ຫາ​ນີ້ ໂດຍ​ຜູ້​ຕາງ​ໜ້າ​ອົງ​ການ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ ແລະຜູ້​ຊ່ຽວ​ຊານ​​ຈີນ,ກຳ​ປູ​ເຈຍ,ລາວ,ມຽນ​ມາ​,ໄທ​ແລະ​ອື່ນໆ​ໄດ້​ເຂົ້າ​ຮ່ວມ ​ປຶກ​ສາ​ຫາ​ລືວຽກ​ງານ​ຕ່າງໆ​ເຊັ່ນ: ການ​ກຳ​ນົດ​ການ​ເຄື່ອນ​ໄຫວ​ຊ້ອມ​ຮົບ,ການ​ປະ​ຕິ​ບັດ​ແຜນການ,ຂັ້ນ​ຕອນ​ການ​ປະ​ຕິ​ບັດ​ງານ,ທັງໄດ້​ຜ່ານ​ແຜນ​​ຊ້ອມ​ຮົບ​ເຮືອ​ຕົວ​ຈິງແລະ​ຝຶກ​ຊ້ອມ​ຕາມ​ຮູບ​ຈຳ​ລອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ