ກອງ​ທັບ​ເຮືອ​ມາ​ເລ​ເຊຍມອບ​ຊາກສົບ​​ຜູ້​ຫາຍ​ສາບ​ສູນ​ຂອງ​ກຳ​ປັ່ນຂັບ​ໄ​ລ່ "USS john S McCain" ໃຫ້​ແກ່​ອາ​ເມ​ລິ​ກາ
2017-08-24 10:46:49  cri 
ວັນ​ທີ 23 ສິງ​ຫາ​ນີ້, ກອງ​ທັບ​ເຮືອ​ມາ​ເລ​ເຊຍ​ໄດ້​ມອ​ບ​ຊາກ​ສົບ​ຜູ້​ຫາຍ​ສາບ​ສູນ​ຂອງ​ກຳ​ປັ່ນຂັບ​ໄ​ລ່ "USS john S McCain" ໃຫ້​ແກ່​ກອງ​ທັບ​ເຮືອອາ​ເມ​ລິ​ກາ.

ຂ່າວ​ສານ​ມາ​ເລ​ເຊຍ​ເປີດ​ເຜີຍ​ວ່າ, ໜ່ວຍ​ບັນ​ຊາ​ການ​ຖານ​ທັບ​ທະ​ເລ​ຕັນ​ຈົງ​ເກີ​ລັງ​ຂອງ​ປະ​ເທດ​ຕົນ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ​ເຮ​ລິ​ກົບ​ແຕ​ລຳ​ໜຶ່ງ​ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້​ລົງ​ຈອດ​ຢູ່​ກຳ​ປັ່ນ Lekiu ຂອງ​ກອງ​ທັບ​ເຮືອມ​າ​ເລ​ເຊຍ​ໃນ​ຕອນ​ເຊົ້າ 8 ໂມງ 30 ນາ​ທີ, ​​ໂດຍ​ເຈົ້າ​ໜ້າ​ທີ່ກອງ​ທັບ​ເຮືອ​ອາ​ເມ​ລິ​ກາໄດ້​ຢືນ​ຢັນ​ຊາກ​ສົບ​ຜູ້​ຫາຍ​ສາບ​ສູນ, ແລະ​ໄດ້​​ນຳສົບ​ດັ່ງ​ກ່າວຂຶ້ນ​ກຳ​ປັ່ນ​ຂັບ​ໄລ່ "USS john S McCain" ທີ່​ລົງ​ຈອດ​ຢູ່​ຖານ​ທັບ​ທະ​ເລ​ຊັນ​ກິ ປະ​ເທດ​ສິງ​ກະ​ໂປໃນ​ເວ​ລາ​ປະ​ມານ 9 ໂມງ 48 ນາ​ທີ. ​ທັງ​ນີ້ກຳ​ປັ່ນ​ລາດ​ຕະ​ເວນ​ລຳ​ໜຶ່ງ​ຂອງກອງ​ທັບ​ເຮືອມາ​ເລ​ເຊຍ​ໄດ້​ພົບ​ເຫັນ​ຊາກ​ສົບ​ດັ່ງ​ກ່າວ​​ຢູ່ຫ່າງ​ຈາກ​ຈຸດ​ກຳ​ປັ່ນ​ຂັບ​ໄລ່ "USS john S McCain" ຕຳ​ກຳ​ປັ່ນບັນ​ທຸກສິນ​ຄ້າ​ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປະ​ມານ 7,5 ໄມ​ທະ​ເລ​ໃນ​ວັນ​ທີ 22 ສິງ​ຫາ​ນີ້.

ຂ່າວ​ສານ​ມາ​ເລ​ເຊຍ​ແຈ້ງ​ອີກວ​ວ່າ, ກອງ​ທັບ​ເຮືອ​ປະ​ເທດ​ຕົນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ອົງ​ການ​​ປະ​ຕິ​ບັດ​ກົດ​ໝາຍທາງ​ທະ​ເລ​ແລະ​ກອງ​ທັບ​ເຮືອ​ຂອງ​ປະ​ເທດ​ອື່ນ​ໃນ​ການກອບ​ກູ້​ຊ່ວຍ​ເຫຼືອ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ