ຈີນ​ວາງ​ສະ​ແດງຜົນ​ງານການ​ພິມ​ປຶ້ມ "ຄວາມ​ເຫັນ​ຂອງທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​ປົກຄອງ​ປະ​ເທດ​ແລະ​ຄຸ້ມ​ຄອງ​ລັດ" ຢູ່​ຕ່າງ​ປະ​ເທດ
2017-08-24 10:53:56  cri 
ງານ​ວາງ​ສະ​ແດງຜົນ​ງານການ​ພິມ​ປຶ້ມ "ຄວາມ​ເຫັນ​ຂອງທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​ປົກຄອງ​ປະ​ເທດ​ແລະ​ຄຸ້ມ​ຄອງ​ລັດ" ຢູ່​ຕ່າງ​ປະ​ເທດ​ໄດ້​ຈັດ​ຂຶ້ນ​​ໃນ​ງານ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ​ປັກ​ກິ່ງ​ໃນ​ວັນ​ທີ 23 ສິງ​ຫາ​ນີ້.

​ພາຍ​ຫຼັງ​ພິມ​ຈຳ​ໜ່າຍ​ປຶ້ມ, "ຄວາມ​ເຫັນ​ຂອງທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​ປົກຄອງ​ປະ​ເທດ​ແລະ​ຄຸ້ມ​ຄອງ​ລັດ" ເລີ່ມ​ພິມ​ຈຳ​ໜ່າຍ​​ເມື່ອເດືອນ​ກັນ​ຍາ​ປີ 2014 ​ເປັນ​ຕົ້ນ​ມາ, ກໍ​ໄດ້​ຮັບ​ຄວາມ​ສົນ​ຈາ​ແລະ​ຕອບ​ຮັບ​ຈາກພາຍ​ໃນ​ຈີນ​ແລະ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫຼາຍ​ແລະ​ໃນປັດ​ຈຸ​ບັນ​ປຶ້ມ​ດັ່ງ​ກ່າວ​ໄດ້​ພິມ​ຈຳ​ໜ່າຍ​ 6 ລ້ານ 4 ແສນ 2 ໝື່ນ​ເຫຼັ້ມເປັນ 21 ພາ​ສາ, ແລະ​ຈຳ​ໜ່າຍ​ຢູ່ 160 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ.

ໃນ​ງານ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ​ປັກ​ກິ່ງ, ​ອົງ​ການ​ວຽກ​ງານ​ພິ​ມ​ຈຳ​ໜ່າຍ​ປຶມ​ສະ​ບັບພາ​ສາ​ຕ່າງ​ປະ​ເທດ​​ຈີນ​ໄດ້ກຳ​ນົດ​ເຂດ​ວາງ​ສະ​ແດງ​ຕົ້ນ​ຕໍ 4 ເຂດ, ໃນ​ນັ້ນ​ເຂດ "​ມຸນ​ສະ​ເພາະ​ຈີນ" ໄດ້​ເນັ້ນ​ວາງ​ສະ​ແດງປຶ້ມ "ຄວາມ​ເຫັນ​ຂອງທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​ປົກຄອງ​ປະ​ເທດ​ແລະ​ຄຸ້ມ​ຄອງ​ລັດ" ທີ່​ພິມ​ຈຳ​ໜ່າຍ​ເປັນ 21 ພາ​ສາ​ເປັນ​ສຳ​ຄັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ