ວາງ​ສະ​ແດງນະ​ວະ​ນິ​ຍາຍ​ບູ​ຮານຈີນ​ທີ່​ມີ​ຊື່​ສຽງ 4 ເລື່ອງ​ສະ​ບັບ​ພາ​ສາ​ມາ​ເລ​ເຊຍ​ຢູ່​ປັກ​ກິ່ງ
2017-08-24 16:37:12  cri 
    ນະ​ວະ​ນິ​ຍາຍບູ​ຮານຈີນ​ທີ່​ມີ​ຊື່​ສຽງ 4 ເລື່ອງ​​ ຄື: ຄວາມ​ຝັນ​ໃນ​ຫໍ​ແດງ, ສາມ​ກົກ, ຊ່ອງ​ກັງ ແລະ​​ໄຊ​ອິວ​ສະ​ບັບ​ພາ​ສາ​ມາ​ເລ​ເຊຍ ໄດ້ນຳ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ​ປັກ​ກິ່ງ 2017 ໃນ​ວັນ​ທີ 23 ສິງ​ຫານີ້.

    ທ່ານ ໂງ​ຮິນ​ຊັນ ປະ​ທານ​ສູນ​ວັດ​ທະ​ນະ​ທຳ​ຈີນ​ມາ​ເລ​ເຊຍ ທັງ​ເປັນ​ປະ​ທານ​ສະ​ມາ​ຄົມ​ການ​ແປ​ແລະ​ການ​ປະ​ພັນ​ມາ​ເລ​ເຊຍ ກ່າວ​ວ່າ, ນະ​ວະ​ນິ​ຍາຍບູ​ຮານ​​ຈີນທີ່​ມີ​ຊື່​ສຽງ 4 ເລື່ອງ​ ແມ່ນ​ຜົນ​ງານອຳ​ມະ​ຕະໃນ​ປະ​ຫວັດ​ສາດ​ວັນ​ນະ​ຄະ​ດີ​ຈີນ ແລະ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ຂອງ​ໂລກ​ນຳ​ອີກ ແລະຫຼັງ​ຈາກ​ແປ​ເປັນ​ພາ​ສາ​ມາ​ເລ​ເຊຍ​ແລ້ວ ​ໄດ້​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ຂອງ​ມາ​ເລ​ເຊຍ​ອຸ​ດົມ​ສົມ​ບູນ​ຂຶ້ນກວ່າ​ເກົ່າ. ແນວ​ໃດ​ກໍ​ດີ, ການ​ພິມ​ຈຳ​ໜ່າຍນະ​ວະ​ນິ​ຍາຍ 4 ເລື່ອງ​ດັ່ງ​ກ່າວ​ທີ່​ໃຊ້​ເວ​ລາ 30 ປີ​ແປ​ເປັນ​ພາ​ສາ​ມາ​ເລ​ເຊຍນັ້ນ ແມ່ນ​​ຜົນງານ​ທີ່​ດີ​ເລີດ​ໃນ​ການ​ແລກ​ປ່ຽນ​ວັນ​ນະ​ຄະ​ນະ​ດີ​​ລະ​ຫວ່າງສອງ​ປະ​ເທດ​ມາ​ເລ​ເຊຍ-ຈີນ, ສ່ວນ​ການ​ຮ່ວມ​ມື​ໃນ​​ການ​ແປ​ວັນ​ນະ​ຄະ​ດີ​ລະ​ຫວ່າງ​ສອງ​ປະ​ເທດນັ້ນ ໄດ້​ກາຍ​ເປັນ​ແບບ​ຢ່າງ​ຂອງ​ການ​ສ້າງວັດ​ທ​ະ​ນະ​ທຳ​ແລະ​ປະ​ດິດ​ສ້າງວັນ​ນະ​ຄະ​ດີອອກ​ສູ່​ຕ່າງ​ປະ​ເທດ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ