ມາ​ເລ​ເຊຍ​ສະຫຼອງວັນ​ເກີດ​​ໝີ​ແພນ​ດາ​ຈີນ
2017-08-24 16:39:58  cri 
    ວັນ​ທີ 23 ສິງ​ຫານີ້, ສວນ​ສັດ​ແຫ່ງ​ຊາດ​ມາ​ເລ​ເຊຍ ໄດ້​ສະຫຼອງວັນ​ເກີດ​ໝີ​ແພນ​ດາ "ຊິ່ງໆ", "ລ້ຽງໆ" ແລະ​ລູກຂອງມັນຄື "ໜວນໆ". "ຊິ່ງໆ" ແລະ "ລ້ຽງໆ" ​ເກີດ​ເມື່ອ​ວັນ​ທີ 23 ສິງ​ຫາ ເຊິ່ງປີນີ້ ເປັນ​ປີ​ຄົບ​ຮອບ 11 ປີ​ຂອງ​ທັງ​ສອງ​. ສ່ວນ  "ໜວນໆ" ໄດ້ສະຫຼອງ​ວັນ​ເກີດ​ຄົບ​ຮອບ 2 ປີ​ໃນ​ວັນ​ທີ 18 ສິງ​ຫາ​ຜ່ານ​ມາ.

    ໃນ​ພິ​ທີ​ສະຫຼອງ, ໝີ​ແພນ​ດາ 3 ໂຕ​ດັ່ງ​ກ່າວ​ໄດ້​ກິນ​ຂະ​ໜົມ​ເຄັກ​​ກ້ອນ​ໃຫຍ່, ໄມ້​ໃຜ່ ແລະ​ໝາກ​ໄມ້​ຢ່າງ​ແຊບ​ນົວພາຍ​ໃຕ້​ການ​ຊົມ​ຂອງ​ຜູ້​ຊົມ​ແລະ​ນັກ​ຂ່າວ​ເກືອບຮ້ອຍ​ຄົນ​ໃນ​ສວນ. ທ່ານ ມັດ ນາ​ອິມ ບິນ ຣາມ​ລີ ຜູ້​ຮັບ​ຜິດ​ຊອບ​ສູນ​ປ້ອງ​ກັນ​ໝີ​ແພນ​ດາ​ຂອງ​ສວນ​ສັດ​ແຫ່ງ​ຊາດ​ມາ​ເລ​ເຊຍ​ກ່າວ​ວ່າ, ອີງ​ຕາມ​ສັນ​ຍາ​ລະ​ຫວ່າງ​ມາ​ເລ​ເຊຍ​ກັບ​ຈີນ, "ໜວນໆ" ຈະ​ຖືກ​ສົ່ງ​ກັບ​ຄືນ​ຈີນຫຼັງ​ອາ​ຍຸ 2 ປີ​ແລ້ວ. ປັດ​ຈຸ​ບັນ, ສວນ​ສັດ​ໄດ້​ກະ​ກຽມ​ຕ່າງໆ ໂດຍການ​ເຮັດ​ໃຫ້​ "ໜວນໆ" ໄດ້ຢູ່​ກັບ​ແມ່ໜ້ອຍ​ລົງ. ພາຍ​ຫຼັງ​ມີເງື່ອນ​ໄຂ​, "ໜວນໆ" ຈະ​ກັບ​ຄືນ​ເຂດ​ສະ​ຫງວນ​ໝີ​ແພນ​ດາ​ໂວ້​ລົງ​ແຂວງ​ເສ​ສວນ ສ​ປ ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ