ບໍ​ລິ​ສັດ Mobike ຜະ​ລິດ​ລົດ​ຖີບ "ໜູ Mickey" ​ແຍ່ງ​ຕະຫຼາດ​ກັບລົດ​ຖີບ "ຕາ​ໃຫຍ່​ໜ້າ​ຮັກ" ຂອງ Ofo
2017-08-24 16:53:05  cri 


ຫວ່າງມໍ່ໆ​ນີ້, ລົດ​ຖີບ​ທີ່​ຂອດ "​ໂປ​ຮູບ​ແມງ​ກະ​ເບື້ອງ" ຊຸດ​ໜຶ່ງ​ຂອງບໍ​ລິ​ສັດ Mobike ໄດ້​ຈອດຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ຊຽງ​ໄຮ ​ເຮັດ​ໃຫ້​ຊາວ​ເມືອງ​​ດັ່ງ​ກ່າວພາ​ກັນ​ຖ່າຍ​ຮູບ. ນີ້​ຄື​ລົດ​ຖີບ  "ໜູ Mickey" ທີ່ບໍ​ລິ​ສັດ Mobike ​ໄດ້ຮ່ວມ​ມື​ກັບ​ຮ້ານ​ດິ​ສ​ນີ​​ຜະ​ລິດ​ໂດຍສະ​ເພາະ ແລະ​ລົດ​ທັງ​ຄັນ​ເປັນ​ສີ​ມ່ວງ ເຊິ່ງເຊື່ອ​ວ່າ​ຈະ​ໄດ້​ຄວາມ​ສົນ​ໃຈ​​ຈາກ​ເພດ​ຍິງ​ບໍ່​ໜ້ອຍ. ສ່ວນ​ໃນ​ວັນ​ທີ 30 ມິ​ຖຸ​ນາ​ທີ່​ຜ່ານ​ມາ, ບໍ​ລິ​ສັດ Ofo ​ກໍໄດ້​ປະ​ກາດ​ວ່າ​ຈະ​ຮ່ວມ​ມື​​ກັບພະ​ເອກ​ໃນ​ຮູບ​ເງົາ​ກາ​ຕູນ​ຄື ຄົນ​ເຫຼືອງ​ນ້ອຍ ​ດ້ວຍ​ການຜະ​ລິດ "ລົດ​ຖີບ​ຕາ​ໃຫຍ່ Ofo" ເພື່ອ​ຕີ​ຕະຫຼາດ ແລະ​​ຕົກ​ແຕ່ງຮູບ​ຄົນ​ເຫຼືອງ​ນ້ອຍຢູ່​ລໍ້​ລົດ.
ປັດ​ຈຸ​ບັນ, ບໍ​ລິ​ສັດ Mobike ແລະ ບໍ​ລິ​ສັດ Ofo ແມ່ນ​ສອງ​ບໍ​ລິ​ສັດ​ໃຫຍ່​ສຸດ​ໃນ​ຕະຫຼາດ​ລົດ​ຖີບ​ສາ​ທາ​ລະ​ນະ​ຈີນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ